ບ້ານຫລັກ​ 10 ເມືອງໄຊ ອຸດົງໄຊ ນ້ຳຖ້ວມແລ້ວເດີ້ ວອນພາກສ່ວນທີ່ກ່ຽວຂ້ອງລົງພຶ້ນທີ່ແດ່ເດີ້

ບ້ານຫລັກ​ 10 ເມືອງໄຊ​ ແຂວງອຸດົມໄຊ​ກຳລັງ​ປະເຊີນກັບບັນຫານ້ຳຖ້ວມແລ້ວເດີ້ ວອນພາດສ່ວນທີ່ກ່ຽວຂ້ອງລົງພຶ້ນທີ່ແດ່ເດີ້​ 26​ ສິງຫາ​ 2022.

ເນື່ອງຈາກ​ວ່າ​ສະຖານະການ​ ຝົນຕົກໜັກຕໍ່ເນື່ອງ7-8​ຊົ່ວໂມງໃນຕອນເຊົ້າວັນທີ 26​ ສິງຫາ​ 2022​ນີ້​ ເຮັດໃຫ້ນ້ຳຂຶ້ນຫລາຍເກີດນ້ຳຄ້າງບາງເຂດ,​ ນ້ຳຖ້ວມບາງບ້ານ ແລະ​ ດິນສະໄລ ດິນເຈື່ອນຖົ່ມໃສ່ເຮືອນພໍ່ແມ່ປະຊາຊົນ ສ້າງຄວາມເສຍຫາຍຢ່າງໜັກ​ ແລະ​

ຂໍແຈ້ງເຖິງພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າຢູ່ໃນທຸກພຶ້ນທີ່,​ ຂອບເຂດທີ່ມີຄວາມສ່ຽງຈົ່ງມີສະຕິລະມັດລະວັງ ແລະ​ ກຽມພ້ອມ​ຍົກຍ້າຍເຄື່ອງ ແລະ​ ຖ້າພຶ້ນທີ່,​

ຂອບເຂດ​ໃດໄດ້ປະເຊີນກັບບັນຫາດັ່ງກ່າວນີ້ໃຫ້ແຈ້ງອົງການປົກຄອງເມືອງ,​ ຄະນະກຳມະການຄຸ້ມຄອງ, ແກ້ໄຂໄພພິບັດຂັ້ນເມືອງຕາມເບີໂທ​ນີ້​ +856 20 22 399 929.

ຊົມຄລີບ

ຊົມຄລີບ 1

ຊົມຄລີບ 2

Leave a Reply

Your email address will not be published. Required fields are marked *

Back to top button