ກັບມາຄຶກຄື້ນ ພາຍຫຼັງບໍ່ໄດ້ຈັດມາ 2 ປີ

ບຸນຊ່ວງເຮືອທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ປີນີ້ ໄດ້ຈັດຂື້ນຢ່າງຄຶກຄື້ນ ພາຍຫຼັງມິດງຽບໄປ 2 ປີ.

ວັນທີ 26 ສີງຫາ 2022 ນີ້ ນະຄອນ ຫຼວງພະບາງ ໄດ້ຈັດບຸນຊ່ວງເຮືອປະເພນີປະຈໍາປີ 2022 ໃຫ້ກຽດເຂົ້າຊົມ ມີ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະ ຄອນ-ເມືອງ, ມວນຊົນທັງພາຍໃນ ແລະຕ່າງປະເທດ ຕາມແຄມຟັ່ງນ້ຳຄານ.

ພິທີ ເລີ້ມແຕ່ຕອນເຊົ້າໄດ້ເຕົ້າໂຮມການນໍາພັກ-ລັດ ຊາວພຸດທະສາສະນິກະຊົນ, ແຂກ ທັງພາຍໃນ ແລະຕ່າງປະເທດ, ຕະຫຼອດຮອດປະຊາຊົນບັນດາເຜົ່າທຸກຖ້ວນໜ້າ ພ້ອມກັນໃສ່ບາດຢາດນ້ຳ ແລະປະກອບພິທີທາງສາສະໜາ,

ຈາກນັ້ນ ໄດ້ມີການເຕົ້າໂຮມບັນດາເຮືອຊ່ວງທີ່ເຂົ້າແຂ່ງຂັນ ຢູ່ສາຍນ້ຳຄານເຂດທ່າປ່າເຝືອນ ຫາປາກນ້ຳຄານ ເພື່ອດຳເນີນການແຂ່ງ ຂັນຢ່າງເປັນທາງການ, ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ກ່າວເປີດພິທີຢ່າງເປັນທາງການວ່າ:

ເປັນປະຈຳທຸກປີ ພໍຮອດມື້ແຮມ 14 ຄໍ່າເດືອນ 9 ທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດໃຫ້ມີການຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດີນ, ອັນເປັນປາງບຸນໜື່ງ ທີ່ໄດ້ ສືບທອດກັນມາແຕ່ ສັດຕະວັດທີ່ 19 ໂດຍແມ່ນເຈົ້າມັນທາຕຸລາດ ກະສັດປົກຄອງອານາຈັກລາວລ້ານຊ້າງຫລວງພະບາງ ເປັນຜູ້ລິເລີ່ມ ແລະ

ໄດ້ຮັບການສືບທອດມາເຖີງປັດຈຸ ບັນ ເປັນການສະແດງເຖີງ ພາລະກຳລັງ ຄວາມສາມັກຄີ ແລະບົດຮຽນ- ປະສົບ ການ ພ້ອມທັງເປັນການບູຊາພະຍານາກ ຕາມຮີດຄອງປະເພນີອັນດີງາມ ເພື່ອປົກປັກຮັກສາບ້ານເມືອງ ໃຫ້ມີຄວາມຈະເລີນຮຸ້ງເຮືອງ ແລະຢູ່ເຢັນເປັນສຸກຕະຫລອດໄປ.

ທ່ານກ່າວຕື່ມວ່າ: ບຸນຊ່ວງເຮືອທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ບໍ່ໄດ້ຈັດຂື້ນ 2 ປີຜ່ານມາ ເນື່ອງຈາກສະພາບການແຜ່ລະບາດ ຂອງພະຍາດໂຄວິດ 19 ສະເພາະປີນີ້ ອົງການປົກຄອງນະຄອນ ໄດ້ຮັບການອານຸຍາດຈາກອົງການປົກຄອງແຂວງ ໃຫ້ຈັດຂື້ນອີກຄັ້ງ ໂດຍມີເຮືອຊ່ວງຈາກບັນດາບ້ານພາຍໃນນະຄອນ ຫຼວງພະບາງ,

ຕາງໜ້າຈາກເມືອງອ້ອມຂ້າງ, ພິເສດ ມີເຮືອຊ່ວງຈາກນະຄອນຫຼວງວຽງຈັນ ແລະແຂວງໄຊຍະບູລີ ເຂົ້າຮ່ວມແຂ່ງຂັນລວມທັງໝົດ 23 ລໍາ.ພາຍຫຼັງສຳເລັດການເປີດພິທີຢ່າງເປັນທາງການ ໄດ້ເລີ້ມການຕາມຕາຕະລາຄາດຄູ່ ໂດຍເລີ້ມຈາກເຮືອຊ່ວງນາງດຳ ນາງດ່ອນ ເປັນການເປີດສາກການແຂ່ງຂັນຕາມຮີດຄອງປະເພນີ,

ສ່ວນການແຂ່ງຂັນຈະປະຕິບັດໃນຮູບແບບ ເສຍສອງຄັ້ງແລ້ວຂັດອອກ ພ້ອມທັງຈັດອັນດັບທີ່ ສ່ວນເຮືອທີ່ເສຍຄັ້ງໜື່ງ ແມ່ນສາມາດຊີງຂື້ນໄປເຖີງຮອບຊີງຊະນະເລີດ ໂດຍຈະດຳເນີນເປັນເວາ 1 ວັນຈືງຈະສຳເລັດ.

ຄີບການແຂ່ງຂັນບຸນຊ່ວງເຮືອ

ແຫຼ່ງຂ່າວ: Lao National Radio

Leave a Reply

Your email address will not be published. Required fields are marked *

Back to top button