ໃຜຂາຍເຄື່ອງອອນລາຍຕ້ອງ ເສຍອາກອນ 2% ຂອງລາຍໄດ້ທັງໝົດ

ປະຈຸບັນ ການຂາຍເຄື່ອງອອນລາຍ ກໍາລັງເປັນທີ່ນິຍົມໃນສັງຄົມ ໂດຍສະເພາະໃນເຟສບຸກ, TikTok ຫຼື ສື່ສັງຄົມອື່ນໆ. ບາງຄົນອາດຈະສົງໄສວ່າ ພໍ່ຄ້າແມ່ຄ້າອອນລາຍ ຈໍາເປັນຕ້ອງຈ່າຍອາກອນລາຍໄດ້ ຫຼື ບໍ່? ຄໍາຕອບກໍຄື ໄດ້ຈ່າຍ! ແຕ່ກໍບໍ່ແມ່ນທຸກຄົນສະເໝີໄປ !!!

ກົດໝາຍວ່າດ້ວຍ ອາກອນລາຍໄດ້ ສະບັບເລກທີ 67/ສພຊ ລົງວັນທີ 18 ມິຖຸນາ 2019 ກໍານົດໃຫ້ຜູ້ທີ່ມີລາຍໄດ້ຈາກການຂາຍເຄື່ອງອອນລາຍ “ເກີນ 1,300,000 ກີບຂຶ້ນໄປ” ຕ້ອງໄດ້ເສຍອາກອນລາຍໄດ້ໃນອັດຕາ 2% ຂອງລາຍໄດ້ທັງໝົດ

ໂດຍໃຫ້ແຈ້ງມອບຢູ່ ຫ້ອງການສ່ວຍສາອາກອນເມືອງທີ່ຕົນອາໄສຢູ່ ພາຍໃນ 15 ວັນລັດຖະການ ນັບແຕ່ມື້ມີລາຍໄດ້ເກີດຂຶ້ນເປັນຕົ້ນໄປ. ຜູ້ທີ່ທໍາລາຍ, ປອມແປງ, ເຊື່ອງອໍາ ລາຍຮັບ ຂອງຕົນ ຫຼື ບໍ່ຈ່າຍອາກອນຕາມກົດໝາຍ ຈະຖືກກ່າວເຕືອນ, ປັບໃໝ ແລະ ລົງໂທດທາງອາຍາ ຕາມແຕ່ລະກໍລະນີ.

ຍົກຕົວຢ່າງເຊັ່ນ: ນາງ ລິນຈີ່ (ນາມສົມມຸດ) ໂພສຂາຍພວງກະແຈ ຜ່ານເຟສບຸ໊ກຂອງຕົນ ຈໍານວນ 80 ອັນ ໃນລາຄາອັນລະ 30,000 ກີບ, ມື້ຕໍ່ມາຜູ້ກ່ຽວກໍໄດ້ຂາຍຈົນໝົດ. ອາກອນລາຍໄດ້ທີ່ ນາງ ລິນຈີ່ ຕ້ອງຈ່າຍແມ່ນ 48,000 ກີບ.

ລັດຖະບານ ຍັງໄດ້ອອກດໍາລັດວ່າດ້ວຍ ການຄ້າທາງເອເລັກໂຕຣນິກ ສະບັບເລກທີ 296/ລບ ລົງວັນທີ 12 ເມສາ 2021 ເພື່ອຄຸ້ມຄອງການຄ້າຂາຍທາງອອນລາຍໃຫ້ມີຄວາມປອດໄພ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຂາຍ ແລະ ລູກຄ້າ.

ຜູ້ຂາຍເຄື່ອງອອນລາຍ ມີພັນທະໃນການແຈ້ງກ່ຽວກັບການຂາຍອອນລາຍຂອງຕົນ ໂດຍການຍື່ນຄໍາຮ້ອງ ແລະ ເອກະສານປະກອບໃຫ້ຂະແໜງອຸດສາຫະກໍາ ແລະ ການຄ້າ ເພື່ອເກັບກໍາຂໍ້ມູນ ແລະ ຕິດຕາມການເຄື່ອນໄຫວ.

ຜູ້ຄ້າຂາຍອອນລາຍທີ່ບໍ່ແຈ້ງຕໍ່ຂະແໜງອຸດສາຫະກໍາ ແລະ ການຄ້າ, ຂາຍສິນຄ້າເກືອດຫ້າມ, ເຜີຍແຜ່ຂໍ້ມູນຂອງລູກຄ້າໂດຍບໍ່ໄດ້ຮັບອະນຸຍາດ, ໂຄສະນາສິນຄ້າເກີນຂອບເຂດ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ປັບໃໝ, ໃຊ້ແທນຄ່າເສຍຫາຍ ຫຼື ຖືກລົງໂທດຕາມແຕ່ລະກໍລະນີ.

ຊົມຄລີບ

ຜະລິດໂດຍ: ກິນນາລອນ

Leave a Reply

Your email address will not be published. Required fields are marked *

Back to top button