ດ່ວນ!.. ກັກຕົວ ຜູ້ລັກລອບເຂົ້າປະເທດ

ເຈົ້າຫນ້າທີ່ໄທຈັບຊາວລາວ 12 ຄົນລັກລອບຂ້າມແດນແບບຜິດກົດຫມາຍ ຈ່າຍຄ່ານາຍຫນ້າ 9,000 ບາດ.

ວັນທີ 9 ທັນວາ 21 ທີ່ຜ່ານມາສື່ໄທລາຍວ່າ ເຈົ້າຫນ້າທີ່ໄທໄດ້ ສະກັດຈັບແຮງງານຊາວລາວ 12 ຄົນທີ່ກຳລັງລັກລອບເຂົ້າເມືອງແບບຜິດກົດຕາມແນວຊາຍແດນ ເປັນເພດຊາຍ 4 ຄົນ ເພດຍິງ 8 ຄົນ ຄື:

1.ທ້າວຫນູ ອາຍຸ 31 ປີ

2.ທ້າວນ້ອມ ອາຍຸ 29 ປີ

3.ທ້າວອ້ອນ ອາຍຸ 28 ປີ

4.ທ້າວແວວ ອາຍຸ 20 ປີ

5.ນາງຕາ ອາຍຸ 18 ປີ

6.ນາງຂຽວ ອາຍຸ 27 ປີ

7.ນາງແດງ ອາຍຸ 26 ປີ

8.ນາງຫນູພອນ ອາຍຸ 34 ປີ

9.ນາງຈັນ ອາຍຸ 19 ປີ

10. ນາງບົວທອງ ອາຍຸ 24 ປີ

11.ນາງດາວ ອາຍຸ 35 ປີ

12.ນາງວັນ ອາຍຸ 31 ປີ

ພ້ອມດ້ວຍຂອງກາງລົດກະບະສີຂາວ ເຈົ້າຫນ້າທີ່ໄທຈັບກຸມໄດ້ທີ່ທົ່ງນາ ທິດໃຕ້ ບ້ານປ່າຕິ້ວ ຕຳບົນຫນອງນົກທາ ອຳເພີເຂັມມະຣາດ ຈັງຫວັດອຸບົນຣາດຊະທານີ.

ສ່ວນທ້າວນັດທະພົງ(นายณัฐพงษ์)(ຄົນໄທ)ຄົນຂັບລົດໄດ້ອາໄສຄວາມມືດແລ່ນຫລົບຫນີໄປໄດ້ ສຳລັບຊາວລາວທັງຫມົດນັ້ນແມ່ນໄດ້ເດີນທາງມາຈາກ ເມືອງຊົນບຸລີ ແຂວງສະຫວັນນະເຂດ ປະເທດລາວ.

ຈາກການສອບຖາມທັງຫມົດໄດ້ບອກວ່າໄດ້ຈ່າຍເງີນຄ່ານາຍຫນ້າໃຫ້ຂະບວນການຄ້າແຮງງານເຖື່ອນ ຄົນລະ 9,000 ບາດ ເພື່ອຈະເດີນທາງໄປທຳງານທີ່ກຣຸງເທບມະຫານະຄອນ.

ໃນເບື້ອງຕົ້ນເຈົ້າຫນ້າທີ່ໄທໄດ້ແຈ້ງຂໍ້ຫາ”ເປັນບຸກຄົນຕ່າງດ້າວຫລົບຫນີເຂົ້າມາໃນຣາຊະອານາຈັກໂດຍປິດກົດຫມາຍ” ແລະນຳຕົວຜູ້ຖືກຈັບ ສົ່ງໃຫ້ພະນັກງານສອບສວນສະຖານີຕຳຫລວດເຂັມມະຣາດ ເພື່ອດຳເນີນຄະດີຕາມກົດຫມາຍຕໍ່ໄປ.

ຂໍ້ມູນຈາກ: ຂ່າວໄທ#ไล่ตามกระแสข่าว

Leave a Reply

Your email address will not be published. Required fields are marked *

Back to top button