ການນຳຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ເຂົ້າຊົມງານວາງສະແດງຮູບພາບການພົວພັນພິເສດຮອບດ້ານ

ການນຳຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ເຂົ້າຊົມງານວາງສະແດງຮູບພາບການພົວພັນພິເສດຮອບດ້ານ

ການນໍາຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ແລະ ສ.ສ ຫວຽດນາມ ນໍາພາໂດຍ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ແລະ ສະຫາຍ ພົນເອກ ສຈ.ປອ ໂຕ ເລີມ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ,

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສ.ສ ຫວຽດນາມ ພ້ອມດ້ວຍເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສ.ສ ຫວຽດນາມ ປະຈຳ ສປປ ລາວ, ການນຳພັກ-ລັດ, ຄະນະນໍາກະຊວງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ແລະ ແຂກຮັບເຊີນ ໄດ້ເຂົ້າຮ່ວມຊົມງານວາງສະແດງຮູບພາບການພົວພັນຮ່ວມມືພິເສດຮອບດ້ານ ລະຫວ່າງ

ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຢູ່ທີ່ຫໍພິພິທະພັນປ້ອງກັນຄວາມສະຫງົບ ສປປ ລາວໃນວັນທີ 25 ສິງຫາ 2022.

ໃນໂອກາດດັ່ງກ່າວ ສະຫາຍ ພົນຕີ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ກ່າວເປີດງານ ໂດຍມີເນື້ອໃນສຳຄັນວ່າ:

“ມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ຮັບການພິສູດ ແລະ ຢັ້ງຢືນຈາກຂະບວນວິວັດໃນປະຫວັດສາດແຫ່ງການຕໍ່ສູ້ຂອງສອງຊາດ ທີ່ຜ່ານແປວໄຟສົງຄາມປະຕິວັດ ເຊິ່ງມັນໄດ້ຊຸບຫຼໍ່ນໍ້າໃຈມິດຕະພາບທີ່ບໍ່ມີວັນບົກແຫ້ງ;

ຄວາມສາມັກຄີພິເສດອັນດູດດື່ມ ແລະ ຜ່ອງໃສນັ້ນ ຈະບໍ່ມີສັດຕູໂຕໃດທີ່ຈະສາມາດມາທັບມ້າງໄດ້, ອັນໄດ້ກາຍເປັນມູນມໍລະດົກທີ່ລໍ້າຄ່າຂອງສອງຊາດ ເຊິ່ງປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ການນຳຮຸ່ນທຳອິດ ເປັນຜູ້ລິເລີ່ມສ້າງຂຶ້ນ

ໄດ້ກາຍເປັນມູນເຊື້ອໃຫ້ການນໍາຮຸ່ນຕໍ່ໆມາຂອງສອງພັກ, ສອງລັດ ໄດ້ສືບຕໍ່ເສີມຂະຫຍາຍ, ເພີ່ມພູນຄູນສ້າງ, ທະນຸຖະໜອມຫອມຮັກໃຫ້ນັບມື້ງອກງາມ ທັງເປັນບົດຮຽນອັນລໍ້າຄ່າທີ່ບໍ່ສາມາດຊອກຫາໄດ້ອີກແລ້ວໃນໂລກນີ້”.

ການຈັດງານວາງສະແດງຮູບພາບການພົວພັນຮ່ວມມືຮອບດ້ານ ລະຫວ່າງສອງກະຊວງປ້ອງກັນຄວາມສະຫງົບລາວ ແລະ ຫວຽດນາມ ຄັ້ງນີ້ ແມ່ນກິດຈະກຳໜຶ່ງທີ່ນອນໃນຂະບວນການລວມຂອງສອງພັກ, ສອງລັດຖະບານ ໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022

ທັງເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ກໍຄືກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ, ເປັນການຢັ້ງຢືນ ແລະ ຫວນຄືນປະຫວັດສາດແຫ່ງການພົວພັນຮ່ວມມືຂອງສອງກະຊວງ ກໍຄືສອງກຳລັງ ນັບແຕ່ອະດີດມາເຖິງປະຈຸບັນ.

ພາຍຫຼັງສຳເລັດພິທີເປີດຢ່າງເປັນທາງການ, ບັນດາທ່ານທີ່ເຂົ້າຮ່ວມພິທີ ໄດ້ເຂົ້າຢ້ຽມຊົມຮູບພາບ ແລະ ວັດຖຸພັນຕ່າງໆທີ່ເປັນມູນເຊື້ອການພົວພັນຮ່ວມມືແບບພິເສດຂອງສອງກະຊວງ, ສະແດງໃຫ້ເຫັນເຖິງຄວາມຮັກແພງສາມັກຄີທີ່ແໜ້ນແຟ້ນ ແລະ ການຮ່ວມມືຮອບດ້ານ ນັບແຕ່ອະດີດຈົນເຖິງປັດຈຸບັນ.

ທີ່ມາ: ວາລະສານ ປ້ອງກັນຄວາມສະຫງົບ

Leave a Reply

Your email address will not be published. Required fields are marked *

Back to top button