ຈີນກ່າວວ່າບໍ່ອະນຸຍາດໃຫ້ໂລກຕົກເຂົ້າສູ່“ສົງຄາມເຢັນຄັ້ງໃໝ່”ຢ່າງເດັດຂາດ

ຈີນກ່າວວ່າບໍ່ອະນຸຍາດໃຫ້ໂລກຕົກເຂົ້າສູ່“ສົງຄາມເຢັນຄັ້ງໃໝ່”ຢ່າງເດັດຂາດ

ວັນທີ24ສິງຫານີ້,ໃນເວລາປະກອບຄຳເຫັນໃນກອງປະຊຸມເປີດເຜີຍບັນຫາອູແກຣນໃນສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ,

ທ່ານຈ່າງຈວິ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດໄດ້ຊີ້ອອກວ່າ: ເດັດຂາດບໍ່ອະນຸຍາດໂລກໃຫ້ຕົກເຂົ້າສູ່“ສົງຄາມເຢັນຄັ້ງໃໝ່”.

ທ່ານຈ່າງຈວິ່ນກ່າວຕື່ມວ່າ: ວິກິດການອູແກຣນແລະສະຖານະການເຄັ່ງຕຶງຢູ່ສາກົນທີ່ເກີດຂຶ້ນໃນຫວ່າງມໍ່ໆມານີ້ໄດ້ສະແດງໃຫ້ເຫັນວ່າ:

ໃນຍຸກສະໄໝນີ້ແມ່ນຕ້ອງການຄວາມສາມັກຄີແລະການຮ່ວມມືກັນເພື່ອຮ່ວມກັນຕ້ານກັບສິ່ງທ້າທາຍ,ຕ້ອງລະມັດລະວັງໃນລະດັບສູງຕໍ່ເຈຕະນາໃດໆທີ່ຕັ້ງແກ້ງທ້າທາຍ ເຮັດໃຫ້ເກີດຄວາມແຕກແຍກກັນແລະການເປັນປໍລະປັກກັນດຸເດືອດແຮງຂຶ້ນ,

ຕ້ອງປົກປ້ອງຄວາມໝັ້ນຄົງດ້ານຍຸດທະສາດຂອງທົ່ວໂລກ, ເດັດຂາດບໍ່ອະນຸຍາດໃຫ້ໂລກຕົກເຂົ້າສູ່“ສົງຄາມເຢັນຄັ້ງໃໝ່”.

ທີ່ມາ: CRI-FM93

Leave a Reply

Your email address will not be published. Required fields are marked *

Back to top button