ສາມີ ​ຂອງ​ນາງ​ແນນ​ຊີ ເພ​ໂລ​ຊີ ປະ​ທານ​ສະພາ​ຜູ້​ແທນ​ລາດຊະດອນ​ສ​ະຫະຣັດ ຖືກ​ສານ​ຕັດ​ສິນ ຈຳຄຸກແລ້ວ

ນາຍ​ພອນ ເພ​ໂລ​ຊີ ໄວ 82 ປີ ຜົວ​ຂອງ​ນາງ​ແນນ​ຊີ ເພ​ໂລ​ຊີ ປະ​ທານ​ສະພາ​ຜູ້​ແທນ​ລາດຊະດອນ​ສ​ຫຣັດ ຖືກ​ສານ​ຕັດ​ສິນ​ໂທດ​ຈຳ​ຄຸກ 5 ມື້

ລວມ​ເຖິງ​ສັ່ງ​ປັບ​ແລະ​ຈ່າຍ​ຄ່າ​ຊົດ​ເຊີຍ​ເປັນ​ເງີນ 6,800 ໂດ​ລາ​​໌​ໃນ​ມື້​ອັງ​ຄານ​ທີ່​ຜ່ານມາ (23 ສີງຫາ.) ຫຼັງ​ທ່ານ​ຍອມ​ຮັບ​ສະລາ​ພາບ​ໃນ​ຄະດີ​ເມົາ​ແລ້ວ​ຂັບ​ໃນ​ເທດ​ມົນ​ຖົນ​ນາ​ປາ ຣັດ​ແຄ​ລິ​ຟ​ອ​ຣ​໌​ເນຍ ຈົນ​ນຳ​ໄປ​ສູ່​ການ​ເກີດ​ອຸບັດເຫດ​ລົດຕຳກັນ

ຢ່າງໃດ​ກໍ​ຕາມ ນາງ​ອ​ແມນ​ດາ ເບ​ວິນ​ສ​໌ ທ​ະນາຍ​ຄວາມ​ສ່ວນ​ຕັວ​ຂອງ​ນາຍ​ພອນ​ເປີດ​ເຜີຍ​ວ່າ ທ່ານ​ບໍ່​ຕ້ອງ​ເຂົ້າ​ຄຸກ​ອີກ ເນື່ອງ​ຈາກ​ສານ​ພິຈາລະນາ​ວ່າ​ທ່ານ​ໄດ້​ຊົດ​ໃຊ້​ໂທດ​ໃນ​ຄຸກ​ໄປ​ແລ້ວ 4 ມື້​ນັບ​ຕັ້ງ​ແຕ່​ຖືກ​ຕຳ​ລວດ​ຈັບ​ຕົວ ແລະ​ສັ່ງ​ໃຫ້​ທ່ານ​ບຳ​ເພຍ​ປະໂຫຍດ​ເປັນ​ເວລາ 8 ຊັ່ວ​ໂມງ​ແທນ​ໂທດ​ຈຳ​ຄຸກ​ທີ່​ເຫຼືອ​ອີກ 1 ມື້

ສຳ​ນັກ​ຂ່າວ​ຮອຍ​ເຕ​ອ​ຣ​໌​ລາຍ​ງານ​ວ່າ ນາຍ​ພອນ​ຖືກ​ຈັບ​ກຸມ​ໃນ​ຂໍ້​ຫາ​ຂັບ​ລົດ​ພາຍໃຕ້​ລິດ​ແອນ​ກໍ​ຮ​ອ​ຣ​໌ (DUI) ຫຼັງ​ເຈົ້າ​ຫນ້າທີ່​ຕຳ​ລວດ​ຕັ້ງ​ຂໍ້​ສົງ​ໄສ​ວ່າ​ທ່ານ​ອາດ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ອຸບັດເຫດ​ລົດຕຳ​ໃນ​ຣັດ​ແຄ​ລິ​ຟ​ອ​ຣ​໌​ເນຍ​ເມື່ອ​ເດືອນ ພືດສະພາທີ່​ຜ່ານມາ

ໂດຍ​ຕຳ​ລວດ​ຖະແຫລງ​ວ່າ ນາຍ​ພອນ​ຂັບ​ລົດ​ປ​ອ​ຣ​໌​ເຊ່ີ ​ປະ​ທະກັບ​ລົດ​ຈີ໊ບ​ຄັນ​ໜຶ່ງ​ຂະນະ​ພະຍາຍາມ​ຂ້າມ​ຖະໜົນ​ທາງ​ຫຼວງ ແຕ່​ບໍ່​ມີ​ຜູ້​ໄດ້ຮັບ​ບາດ​ເຈັບ​ສາ​ຫັດ​ຈາກ​ເຫດການ​ເທື່ອ​ນີ້

ລາຍ​ງານ​ລະ​ບຸ​ວ່າ ນາຍ​ພອນ​ຖືກ​ສານ​ສັ່ງ​ຈ່າຍ​ຄ່າ​ຊົດ​ເຊຍ​ເປັນ​ເງີນ 4,927 ໂດລາ ​໌​ໃຫ້​ກັບ​ຄູ່​ກໍລະນີ ເພື່ອ​ເປັນ​ຄ່າ​ຮັກ​ສາ​​ແລະ​ການ​ສູນ​ເສຍ​ລາຍ​ໄດ້ ແລະ​ ເສຍ​ຄ່າ​ປັບ​ອີກ 2,000 ໂດລາ​໌ ໂດຍ​ນອກ​ເໜືອ​ຈາກ​ບົດ​ລົງໂທດ​ຂອງ​ສານ​ແລ້ວ ກົມ​ຍານຍົ​ນ​ຕ​໌​ຣັດ​ແຄ​ລິ​ຟ​ອ​ຣ​໌​ເນຍ​ຍັງ​ໄດ້​ລະ​ງັບ​ໃບ​ອະນຸຍາດ​ຂັບ​ຂີ່ແລະຫ້າມນາຍ​ພອນຂັບລົດ​ເປັນ​ເວລາ 1 ປີ​ຈາກ​ຄວາມ​ຜິດ​ຂອງ​ທ່ານ

ຊົມຄລີບ

ທີ່ມາຂອງຂ່າວ: https://www.nbcnews.com/news/us-news/nancy-pelosis-husband-pleads-guilty-dui-charge-sentenced-5-days-jail-rcna44456

Leave a Reply

Your email address will not be published. Required fields are marked *

Back to top button