ສານລັດຖະທຳມະນູນຮັບພິຈາລະນາ ນາຍົກລັດຖະມົນຕີ ຢຸດຕິການປະຕິບັດໜ້າທີ່

ສານລັດຖະທຳມະນູນ (ໄທ) ຮັບພິຈາລະນາຄຳຮ້ອງ ຄົບ 8 ປີ ນາຍົກລັດຖະມົນຕີ ຢຸດຕິການປະຕິບັດໜ້າທີ່ ນັບແຕ່ມື້ນີ້ເປັນຕົ້ນໄປ.

ວັນທີ 24 ສິງຫາ 2022, ເວລາ 13:15 ໂມງ ທີ່ສານລັດຖະທຳມະນູນ ໄດ້ຮັບພິຈາລະນາຄຳຮ້ອງຂອງສະມາຊິກຜູ້ແທນສະພາລາຊະດອນ ຂອງພັກຮ່ວມຝ່າຍຄ້ານ ທີ່ໄດ້ສົ່ງໃຫ້ສານລັດຖະທຳມະນູນຄົ້ນຄວ້າ ວາລະການດຳລົງຕຳແໜ່ງຄົບ 8 ຂອງ ທ່ານ ປະຍຸດ ຈັນໂອຊາ

ວ່າໄດ້ສິ້ນສຸດລົງຕາມລັດຖະທຳມະນູນມາດຕາ 170 ວັກສອງ ແລະ ມາດຕາ 158 ວັກ ສີ່ ຫຼື ບໍ່, ລວມທັງ ຂໍໃຫ້ສານລັດຖະທຳມະນູນຕັດສິນໃຫ້ນາຍົກລະຖະມົນຕິຢຸດການປະຕິບັດໜ້າທີ່ ຈົນກວ່າຈະມີຄຳສັ່ງ.

ໂດຍອົງຄະນະລັດຖະທຳມະນູນ ມີມະຕິເຫັນພ້ອມຮັບຄຳຮ້ອງຂອງພັກຮ່ວມຝ່າຍຄ້ານ ໃຫ້ທ່ານ ປະຍຸດ ຈັນໂອຊາ ຢຸດຕິການປະຕິບັດໜ້າທີ່ນາຍົກ ລັດທະມົນຕີ ນັບແຕ່ມື້ນີ້, ຄາດວ່າຂະບວນການພິຈາລະນາສຳເລັດ ພາຍໃນເດືອນກັນຍານີ້.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button