ແຈ້ງການ ຍຸບເລີກ ມູນນິທິ ອາສາກູ້ໄພ ແຂວງສະຫວັນນະເຂດ ເພາະຊ່ວຍແລ້ວຮຽກເກັບເງີນເຂົ້າຖົງໂສ້ງ

ແຈ້ງການ ຍຸບເລີກ ມູນນິທິ ອາສາຊ່ວຍເຫລືອຜູ້ປະສົບໄພ ແຂວງສະຫວັນນະເຂດ ຫນ່ວຍງານມີການລະເມີດກົດລະບຽບ ໂດຍມີການຮຽກຮ້ອງເອົາຜົນປະໂຫຍດຕອບແທນຫລາຍຄັ້ງ

ພະແນກພາຍໃນແຂວງ ຂໍແຈ້ງມາຍັງທ່ານຊາບວ່າ: ມູນນິທິ ອາສາຊ່ວຍເຫຼືອຜູ້ປະສົບໄພ ແຂວງສະຫວັນນະ ເຂດ ແມ່ນໄດ້ຢຸດຕິການເຄື່ອນໄຫວຢ່າງຖາວອນແລ້ວ ຕາມຂໍ້ຕົກລົງ ຂອງທ່ານ ເຈົ້າແຂວງ ສະຫວັນນະເຂດ ສະບັບ ເລກທີ 152o/ສຂ, ລົງວັນທີ 05 ສິງຫາ 2022 ເນື່ອງຈາກວ່າ:

1, ການເຄື່ອນໄຫວຂອງ ມູນນິທິ ອາສາຊ່ວຍເຫຼືອຜູ້ປະສົບໄພ ແຂວງສະຫວັນນະເຂດ ບໍ່ສອດຄ່ອງຕາມດໍາລັດວ່າດ້ວຍມູນນິທີ ສະບັບເລກທີ 143/ນຍ, ລົງວັນທີ່ 19 ພຶດສະພາ 2011;

2. ມີການລະເມີດບັນດາລະບຽບກົດຫມາຍທີ່ວາງອອກເຊັ່ນ: ພາຍຫຼັງຊ່ວຍເຫຼືອຜູ້ປະສົບໄພແລ້ວ ມູນນິທິ – ແມ່ນຮຽກຮ້ອງເອົາຜົນປະໂຫຍດຕອບແທນ (ເງິນ) ຊຶ່ງເຫັນວ່າຜິດຕໍ່ລະບຽບຫຼັກການກໍານົດ;

3. ທາງດະນະຄຸ້ມຄອງວຽກອົງການຈັດຕັ້ງສັງຄົມຂັ້ນແຂວງ ໄດ້ເຊີນມູນນິທິມາກ່າວເຕືອນ, ສຶກສາອົບຮົມຫາຍດັ້ແດ່ມູນນິທິກໍ່ຍັງຝ່າຝືນ ສືບຕໍ່ລະເມີດກົດລະບຽບຂອງຕົນ ແລະ ກິດຫນາຍຂອງລັດ

ສະນັ້ນ, ໃນ ເມື່ອມູນນິທິບໍ່ຈິງໃຈຊ່ວຍເຫຼືອສັງຄົມຕາມຈຸດປະສົງ ແລະ ເປົ້າຫມາຍຂອງມູນນິທິເອງທີ່ວາງໄວ້ໃນເບື້ອງຕົ້ນຈຶ່ງເຮັດໃຫ້ບໍ່ສາມາດເຄື່ອນໄຫວຕໍ່ໄປໄດ້;

ສະນັ້ນ, ບັນດາພະແນກການ ກົມກອງອ້ອມຂ້າງແຂວງ, ບັນດາຫ້ອງການພາຍໃນ 4 ຕົວເມືອງ, oາ ນະຄອນ ຈົ່ງຮັບຮູ້ ແລະ ລາຍງານຕໍ່ການນໍາເມືອງ ແຈ້ງການ ໃຫ້ສັງຄົມຮັບຊາບ

ຖ້າຫາກວ່າ ມູນນິທິ ດັ່ງກ່າວຍັງອອກເຄື່ອນ ໄຫວຊ່ວຍເຫຼືອຜູ້ປະສົບໄພ ຫຼື ລະດົມວັດຖຸປັດໃຈນໍາພາກສ່ວນຕ່າງໆ ແມ່ນມູນນິທິຈົງໃຈຕົວະປົວະຫຼອກລວງປະ ຊາຊົນເພາະໃນນາມມູນນິທິແມ່ນບໍ່ມີສິດເຄື່ອນໄຫວແລ້ວ,

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

Leave a Reply

Your email address will not be published. Required fields are marked *

Back to top button