ຫຼວງພະບາງ ກຳນົດລາຄາຂາຍຍ່ອຍຊີ້ນໝູໃຫມ່, ຖ້າຂາຍເກີນຖືກປັບ

ນະຄອນ​ ຫຼວງພະບາງ ກຳນົດລາຄາຂາຍຍ່ອຍຊີ້ນໝູປະເພດ 1 ສູງສຸດບໍ່ໃຫ້ເກີນ 65.000 ຕໍ່ກິໂລ

ອີງຕາມບົດບັນທຶກກອງປະຊຸມປຶກສາຫາລືກ່ຽວກັບການ ກຳນົດລາຄາຊີ້ນໝູພັນ ຂອດຂາຍຍົກ-ຂາຍຍ່ອຍ ພາຍໃນຕະຫຼາດເທດສະບານນະຄອນຫຼວງພະບາງ,

ແຂວງຫຼວງພະບາງ ຄັ້ງວັນທີ 22 ສິງຫາ 2022 ໂດຍກອງປະຊຸມໄດ້ຄົ້ນຄ້ວາປຶກສາຫາລືກ່ຽວກັບກັບການກຳນົດໂຄງປະກອບລາຄາຊີ້ນໝູພັນ ຂອດຂາຍຍົກ-ຂາຍຍ່ອຍ

ໂດຍການເປັນປະທານຂອງ ທ່ານ ບຸນສົມ ຄຸນມະນີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 24 ທ່ານ, ຍິງ 6 ທ່ານ ເຊິ່ງແມ່ນມາຈາກກຸ່ມຊື້ສັດ-ຂາຍຊີ້ນ, ຫົວໜ່ວຍທຸລະກິດຂາຍຍົກ-ຂາຍຍ່ອຍຊີ້ນໝູພັນ ພາຍໃນຕະຫຼາດເທດສະບານນະຄອນຫຼວງພະບາງ.​

ຜ່ານການຄົ້ນຄ້ວາປະກອບຄຳຄິຄຳເຫັນຢ່າງກົງໄປກົງມາ ແລະ ມີເຫດພາຍໃນມີຜົນ ໃນກອງປະຊຸມໄດ້ຕົກລົງເປັນເອກະພາບກັນໃນການກໍານົດລາຄາຊີ້ນໝູຂອດຂາຍຍົກ-ຂາຍຍ່ອຍຕະຫຼາດເທດສະບານນະຄອນຫຼວງພະບາງ ດັ່ງນີ້:

1)​ ຕົກລົງກຳນົດລາຄາຊີ້ນໝູພັນ ປະເພດ1 ຊີ້ນສົດ ຂອດຂາຍຍ່ອຍສູງສຸດບໍ່ເກີນ 65.000 ກີບ/ກິໂລກຣາມ​

2)ກຳນົດຂອດຂາຍຍົກຈາກນາຍຮ້ອຍສົ່ງເຖີງລູກຂຽງ ແມ່ນສູງສຸດບໍ່ເກີນ 62.000 ກີບ/ກິໂລກຣາມ.

ທີ່ມາ

Leave a Reply

Your email address will not be published. Required fields are marked *

Back to top button