ລິ​ຊ ທ​ຣັດ​ສ​໌ ນາຍົກອົງກິດຄົນໃຫມ່ ພ້ອມ​ທຳລາຍ​ລ້າງ​ໂລກດ້ວຍ​ນິວ​ເຄຼຍ​

ໂລກສັ່ນສະເທືອນ! ຕົວເຕັງນາຍົກ UK ປະກາດກ້າວພ້ອມໃຊ້ອາວຸດນິວເຄຼຍທຳລາຍລ້າງ ທ່ານ ນາງ ລິ​ຊ ທ​ຣັດ​ສ​໌ ກ່າວ ພ້ອມ​ທຳລາຍ​ລ້າງ​ໂລກດ້ວຍ​ນິວ​ເຄຼຍ​.. ​

ນາງ ລິ​ຊ ທ​ຣັດ​ສ​໌ ທີ່​ຈະ​ກ້າວ​ມາ​ເປັນ​ຜູ້​ນຳ​ມາ​ເປັນ​ນາຍົກ​ລັດຖະມົນຕີ​ແຫ່ງ​ສະ​ຫະຣາດ​ອານາຈັກ ຫລື ອັງກິດ ​ປະ​ກາ​ດວັນ​ອັງ​ຄານ​ວ່າພ້ອມ​ທີ່​ຈະ​ໃຊ້ນີວເຄລຍ​ເພື່ອ​ລ້າງ​ໂລກ

ລິ ທັສ ຕົວເຕັງທີ່ຈະກ້າວມາເປັນຜູ້ນຳພັກຄອນເຊີເວທີ ເຊິ່ງຈະເປັນນາຍົກລັດຖະມົນຕີແຫ່ງລາດຊະອານາຈັກຄົນໃໝ່ ປະກາດກ້າວລະຫວ່າງເສິກດີເບວ່າພ້ອມຍິງອາວຸດນິວເຄຼຍໄທເດນ (Trident) ທຳລາຍລ້າງຖ້າມີຄວາມຈຳເປັນ

​​ນາງ ທ​ຣັດ​ສ​໌ ​ໃຊ້​ຄຳ​ເວົ້າ​ແຂງ​ກ້າວ່າ ປະເທດໃດທີ່ມາຮຸກຮານອັງກິດຫລືສະຫະລາດອານາຈັກ ແມ່ນຈະໃຊ້ ​ ​ອາວຸດນິວເຄຼຍຈັດການໃຫ້ສີ້ນຊາດ ໂດຍແນ່ເປົ້າຫມາຍຄືຣັດເຊຍ

ໂດຍເຊື່ອວ່າການຕັດສິນໃຈດັ່ງກ່າວເປັນໜ້າທີ່ອັນສຳຄັນຂອງຄົນເປັນນາຍົກລັດຖະມົນຕີ ທັສ ເຊິ່ງມີຄວາມເປັນໄປໄດ້ຫຼາຍຂຶ້ນເລື່ອຍໆ ວ່າຈະກ້າວຂຶ້ນມາສືບທອດຕຳແໜ່ງຂອງ ບໍຣິດ ຈອນສັນ ກ່າວວ່າພ້ອມກົດປຸ່ມນິວເຄຼຍຖ້າມີີຄວາມຈຳເປັນເຖິງແມ່ນວ່າມັນອາດຈະໝາຍເຖິງການລຳລາຍລ້າງໂລກກໍຕາມ

ແລະ ນາງ ​ທ​ຣັດ​ສ​໌ ສັນຍາວ່າ ຈະເພີ່ມການໃຊ້ຈ່າຍດ້ານການທະຫານເພີ່ມອີກ3 % ​ຂອງ GDP ໃນ​ຊ່ວງ​ປາຍ​ທ​ົດສະຕະວັດ​ນີ້​ ແລະ​ ​ນາງຍັງໄດ້ ເວົ້າວ່າ ຫ້າມປູຕີນເຂົ້າຮ່ວມ​ການ​ປະ​ຊຸມ G20 ທີ່​ອິນ​ໂດ​ນີເຊຍເດັດຂາດ ແລະ ຢາກປະເຊີນຫນ້າກັບປູຕີນຕົວໂຕຕົວ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button