ອະດີດນາຍົກລັດຖະມົນຕີ ມາເລເຊຍ ຈຳໂທດຕິດຄຸກ 12 ປີ

ອີງຕາມການລາຍງານສຳນັກຂ່າວ CNA ໃນວັນທີ 28 ກໍລະກົດ 2022, ສານ​ຂອງ​ມາ​ເລ​ເຊຍ​ໄດ້​ຕັດສິນ​ລົງ​ໂທດ​ອະດີດ​ນາຍົກລັດຖະມົນຕີ​ມາ​ເລ​ເຊຍ ນາຈິບ ລາຊັກ (Najib Razak) ​ໃຫ້​ຈຳ​ຄຸກ 12 ປີ ​ແລະ ປັບ​ໃໝ 210 ລ້ານຮິງກິດ ຫຼື ຫຼາຍກວ່າ 654 ຕື້ກີບ ຈາກການມີສ່ວນຮ່ວມໃນການສໍ້ໂກງກອງທຶນ 1MDB.

ຄະດີດັ່ງກ່າວເປັນກໍລະນີທີ່ພົບເງິນ 42 ລ້ານຮິງກິດ ຈາກ SRC International ເຊິ່ງເປັນກອງທຶນ 1MDB ຖືກໂອນເຂົ້າບັນຊີສ່ວນຕົວຂອງ ທ່ານ ນາຈິບ ໃນຊ່ວງປີ 2014-2015 ເຊິ່ງ ທ່ານ ນາຈິບ ຖືກຟ້ອງຮ້ອງຈາກກໍລະນີນີ້ລວມ 7 ຂໍ້ຫາໄດ້ແກ່ຂໍ້ຫາລະເມີດການໄວ້ວາງໃຈ 3 ຂໍ້ຫາ ລຸແກ່ອຳນາດ 1 ຂໍ້ຫາ ແລະ ຢອກເງິນອີກ 3 ຂໍ້ຫາ.

ໂດຍສານມາເລເຊຍ ຕັດສິນໂທດໃນຂໍ້ຫາລະເມີດຄວາມໄວ້ວາງໃຈຂໍ້ຫາລະ 10 ປີ, ເຊັ່ນດຽວກັບຂໍ້ຫາຟອກເງິນທີ່ຖືກຕັດສິນຈຳຄຸກຂໍ້ຫາລະ 10 ປີ ສ່ວນຂໍ້ຫາ ລຸແກ່ອຳນາດ ສານຕັດສິນຈຳຄຸກ 12  ແລະ ປັບ 654 ຕື້ກີບ

ແຕ່ໃຫ້ຮັບໂທດໄປພ້ອມກັນເຮັດໃຫ້ທ່ານ ນາຈິບ ເຫຼືອໂທດຈຳຄຸກ 12 ປີ, ແລະ ປັບ 654 ຕື້ກີບ ແລະ ໂທດຈະປ່ຽນເປັນໂທດຈຳຄຸກ 5 ປີແທນ ຫາກທ່ານ ນາຈິບ ມີເງິນພຽງພໍໃນການຈ່າຍຄ່າປັບ.

ທ່ານ ນາຈິບ ກາຍເປັນຜູ້ນຳມາເລເຊຍ ຄົນທຳອິດທີ່ຖືກສານຕັດສິນວ່າມີຄວາມຜິດໃນຄະດີ ສໍ້ໂກງ ເຊິ່ງຄະດີທີ່ສານຕັດສິນຄັ້ງນີ້ເປັນພຽງສ່ວນໜຶ່ງຂອງຂໍ້ກ່າວຫາວ່າ:

ທ່ານ ນາຈິບ ພົວພັນກັບການສໍ້ໂກງກອງທຶນ 1 MDB ທີ່ມີຂໍ້ມູນວ່າກອງທຶນດັ່ງກ່າວຍັກຍອກເງິນໄປເຖິງ 4,500 ລ້ານໂດລາສະຫະລັດ.

ຄລີບ

ແຫຼ່ງຂ່າວ: CNA

Leave a Reply

Your email address will not be published. Required fields are marked *

Back to top button