ປັດຈຸບັນ ປະເທດຕາເວັນຕົກ ມີໜີ້ສິນ ເປັນຈຳນວນຫຼວງຫຼາຍ

“ໜັງສືພິມຣັດເຊຍ”ສະບັບວັນທີ 22 ສິງຫານີ້ ລາຍງານວ່າ: ໃນເວລາພົບປະກັບເຈົ້າໜ້າທີ່ຂັ້ນສູງຂອງພາກສ່ວນຄວາມໝັ້ນຄົງແຫ່ງລັດຂອງປະເທດສະມາຊິກອາຊຽນ, ທ່ານນີໂກລາຍ ປາຕຣູເຊຟ ເລຂາສະພາຄວາມໝັ້ນຄົງຣັດເຊຍກ່າວວ່າ,

ປັດຈຸບັນ,ປະເທດຕາເວັນຕົກ ເຊັ່ນ: ອາເມຣິກາເປັນຕົ້ນມີໜີ້ສິນຕ່າງປະເທດເປັນຈຳນວນຫຼວງຫຼາຍ, ມີຄວາມສ່ຽງທີ່ຈະລະເມີດສັນຍາ.

ຖ້າປະເທດທີ່ພວມພັດທະນາຢາກຮັບປະກັນຄວາມໝັ້ນຄົງດ້ານການທະນາຄານຂອງປະເທດຕົນ, ກ່ອນອື່ນກໍ່ຄວນດຳເນີນການຄ້າດ້ວຍສະກຸນເງິນຂອງຕົນ.

ທ່ານປາຕຣູເຊຟກ່າວຕື່ມວ່າ, ໃນໄລຍະພະຍາດໂຄວິດ-19 ລະບາດ, ອາເມຣິກາ ແລະ ປະເທດສະມາຊິກສະຫະພາບເອີລົບໄດ້ພິມເງິນຕາຈຳນວນຫຼາຍທີ່ສຸດນັບແຕ່ໄລຍະ 40 ປີຜ່ານມານີ້.

ອາເມຣິກາໄດ້ພິມເງິນມູນຄ່າ 59.000 ຕື້ໂດລາສະຫະລັດ, ເອີລົບໄດ້ພິມເງິນມູນຄ່າ 29.000 ຕື້ເອີໂຣ. ທ່ານປາຕຣູເຊຟມີຄຳເຫັນວ່າ, ປະເທດຕາເວັນຕົກພວມຫັນບັນຫາໄພເງິນເຟີ້ທີ່ກໍ່ຂຶ້ນດ້ວຍຕົນເອງໄປສູ່ບັນດາປະເທດທີ່ພວມພັດທະນາຢ່າງ “ຊົ່ວຊ້າສາມານ”ທີ່ສຸດ.

ທີ່ມາ: CRI-FM93

Leave a Reply

Your email address will not be published. Required fields are marked *

Back to top button