ປະເທດບັງກລາເທດກຳລັງປະເຊີນກັບວິກິດເສດຖະກິດຢ່າງຫນັກ

ໃນອາທິດແລ້ວນີ້ ປະຊາຊົນໄດ້ອອກມາເດີນຂະບວນປະທ້ວງຄັ້ງໃຫຍ່ ຫຼັງຈາກລັດຖະບານຂຶ້ນລາຄານ້ຳມັນເຊື້ອໄຟຫຼາຍເຖິງ 51,2% ເປັນການຂຶ້ນລາຄາສູງສຸດນັບຕັ້ງແຕ່ປະເທດໄດ້ປະກາດເອກະລາດໃນປີ 1971.

ເນື່ອງຈາກປັດໄຈຈາກພະຍາດລະບາດ ແລະ ສົງຄາມໃນຢູເຄຣນ ເຮັດໃຫ້ເງິນຕາບັງກລາເທດອ່ອນຄ່າລົງ ໂດຍຊ່ວງ 3 ເດືອນທີ່ຜ່ານມາເງິນອ່ອນຄ່າຫຼາຍເຖິງ 20% ເຮັດໃຫ້ລັດຖະບານຕ້ອງປະກາດໂຈະແຜນການລົງທຶນຂອງປະເທດອອກໄປກ່ອນ.

ການປະທ້ວງຄັ້ງໃຫຍ່ໃນບັງກລາເທດ

ນອກນັ້ນລັດຖະບານຍັງໄດ້ເຈລະຈາຂໍຄວາມຊ່ວຍເຫຼືອຈາກກອງທຶນການເງິນລະຫວ່າງປະເທດ IMF ແລະ ຍື່ນຂໍເງິນກູ້ຈາກສະຖາບັນການເງິນລະຫວ່າງປະເທດ ADB ຜູ້ລະ 1.000 ລ້ານໂດລາສະຫະລັດ ແລະ ທະນະຄານໂລກ ເພື່ອມາເສີມສະພາບຄ່ອງ

ຫຼັງຈາກທີ່ເງິນທຶນສຳຮອງລະຫວ່າງປະເທດຫຼຸດລົງມາເຫຼືອ  38,480 ລ້ານໂດລາໃນເດືອນແລ້ວນີ້ ແລະ ຕົວເລກຂາດດຸນເພີ່ມຂຶ້ນສູງເປັນ 33,300 ລ້ານໂດລາ ໃນເດືອນມິຖຸນາ.

ທາງດ້ານຜູ້ຊ່ຽວຊານດ້ານເສດຖະກິດລະຫວ່າງປະເທດເບິ່ງວ່າ ເຖິງສະຖານະການບັງກລາເທດເບິ່ງຄືຈະເຂົ້າຂັ້ນວິກິດຄືກັບສີລັງກາ ແຕ່ບັງກລາເທດມີອັດຕາການເຕີບໂຕທາງເສດຖະກິດສູງກວ່າປະເທດອື່ນໆ ແລະ ເຊື່ອວ່າບັງກລາເທດຈະບໍ່ເປັນຄືກັບສີລັງກາ.

ຄລີບ

ຂອບໃຈທີ່ມາ: ລາວໂພສ .. ອ້າງຂໍ້ມູນຈາກ Aljazeera  Independent India Today

Leave a Reply

Your email address will not be published. Required fields are marked *

Back to top button