ມາຟັງປະສົບການຈິງ ຈາກແມ່ຍິງລາວທີ່ຖືພາ 5 ເດືອນ ແລະ ເລືອກທີ່ຈະສັກວັກຊີນໂຄວິດ-19!

ດັ່ງທີ່ເຮົາຮູ້, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແຜ່ລາມໄປທົ່ວໂລກ. ສປປ ລາວ ກໍເປັນປະເທດໜຶ່ງ ທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ອອກເປັນວົງກວ້າງໂດຍສະເພາະໃນໄລຍະທີ່ຜ່ານມາ ທີ່ມີການລະບາດໃນຊຸມຊົນເປັນຈໍານວນຫຼາຍ.

ມາດຕະການປ້ອງກັນພະຍາດສຳລັບຕົນເອງໃນຕອນນີ້ກໍຄື: ໝັ່ນລ້າງມື, ໃສ່ຜ້າປິດປາກ-ດັງ ແລະ ເວັ້ນໄລຍະຫ່າງທາງສັງຄົມໃຫ້ໄດ້ຫຼາຍທີ່ສຸດ. ນອກຈາກນີ້, ວັກຊີນກໍເປັນຕົວຊ່ວຍຢ່າງດີ ທີ່ຈະສ້າງພູມຄຸ້ມກັນ ເພື່ອຫຼຸດຜ່ອນອາການຮ້າຍແຮງເມື່ອໄດ້ຮັບເຊື້ອ ແລະ ຊ່ວຍຫຼຸດຜ່ອນອັດຕາການເສຍຊີວິດໄດ້.

ສປປ ລາວ ໄດ້ມີນະໂນບາຍໃນການບໍລິການສັກວັກຊີນປ້ອງກັນໂຄວິດ-19 ໃຫ້ປະຊາຊົນລາວທົ່ວໄປ ລວມມີ: ຜູ້ທີ່ມີອາຍຸ 17 ປີ ຂຶ້ນໄປ, ຜູ້ທີ່ມີພະຍາດປະຈຳໂຕ (ເບົາຫວານ, ຄວາມດັນ…), ຜູ້ສຸງອາຍຸ ແລະ ແມ່ຍິງທີ່ຖືພາ 12 ອາທິດ ຂຶ້ນໄປ ກໍສາມາດໄປຮັບວັກຊີນໄດ້ແລ້ວ.

ມື້ນີ້, ທາງທີມງານລາວໂພສ ກໍໄດ້ມີໂອກາດສຳພາດ ທ່ານ ນາງ ວາລີ ພົມມະຈັກ ເຊິ່ງເພິ່ນກຳລັງຖືພາ ແລະ ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຄົບ 2 ເຂັມ ຮຽບຮ້ອຍ, ໃນການມາເລົ່າປະສົບການໃຫ້ທຸກຄົນໄດ້ຮູ້ ໂດຍສະເພາະແມ່ຍິງຖືພາ 12 ອາທິດ ຂຶ້ນໄປ ທີ່ຍັງບໍ່ທັນໄດ້ຮັບວັກຊີນ.

ທ່ານ ນາງ ວາລີ ພົມມະຈັກ ອາຍຸ 29 ປີ ເປັນຜູ້ອຳນວຍການ ແລະ ຜູ້ຮ່ວມກໍ່ຕັ້ງອີໂຄນັອກລາວ (Co-Founder/Director ECONOX Laos) ເຊິ່ງເຮັດກ່ຽວກັບທີ່ປຶກສາດ້ານສິ່ງແວດລ້ອມ. ປັດຈຸບັນ ເພິ່ນຖືພາໄດ້ 6 ເດືອນ ກັບ 2 ອາທິດ, ຕອນສັກວັກຊີນແມ່ນຖືພາໄດ້ 5 ເດືອນ ກັບ 3 ອາທິດ.

1. ເຂົ້າຮັບວັກຊີນເມື່ອໃດ? ຊະນິດໃດ?
-ເຂັມ 1 ຮັບວັກຊີນ ເດືອນເມສາ 2021 ຊະນິດ AstraZeneca
-ເຂັມ 2 ສັກວັນທີ 30 ກັນຍາ 2021 ຊະນິດ AstraZeneca

ເຊິ່ງວັກຊີນເຂັມ 1 ແມ່ນໄດ້ສັກກ່ອນຕັ້ງຄັນ, ສ່ວນວັກຊີນເຂັມ 2 ແມ່ນສັກຫຼັງຈາກຕັ້ງຄັນກາຍ 12 ອາທິດ.

2. ຫຼັງຈາກຮັບວັກຊີນແລ້ວມີອາການຫຍັງບໍ່? ຕັ້ງແຕ່ມື້ທຳອິດເຂັມ 1 ແລະ ເຂັມ 2 ອາການ ແບບດຽວກັນ ຄື: ຮູ້ສຶກເມື່ອຍ ຄືຈະເປັນໄຂ້ ປວດຕົນໂຕ ຫຼັງຈາກນັ້ນກໍມີໄຂ້ຂຶ້ນເປັນເວລາສັ້ນໆ ແລະ ກໍນອນພັກ ຕື່ນຂຶ້ນມາອາການກໍດີຂຶ້ນ. ບໍ່ໄດ້ກິນຢາຫຍັງ ພຽງແຕ່ກິນນໍ້າໃຫ້ຫຼາຍ (ສຳລັບໃຜເປັນໄຂ້ແຮງ ເພິ່ນອາດຈະມີຢາແກ້ໄຂ້ສະເພາະແມ່ຍິງຖືພາທີ່ສາມາດກິນໄດ້ ແຕ່ຕ້ອງໄດ້ປຶກສາໝໍກ່ອນ).

ຂ້າພະເຈົ້າໄປຮັບວັກຊີນຢູ່ສູນການຄ້າໄອເຕັກ ນະຄອນຫຼວງວຽງຈັນ ທ່ານໝໍກໍໄດ້ຖາມໄຖ່ ອາຍຸຄັນ ຮູ້ສຶກເມື່ອຍບໍ່ ແລ້ວກໍໄດ້ແຈ້ງທ່ານໝໍໄປວ່າຕົນເອງໄດ້ສັກ AstraZeneca ມາກ່ອນແລ້ວ ເພິ່ນກໍເລີຍໄດ້ປຶກສາກັນ ແລ້ວກໍລົມກັນວ່າຈະສັກ AstraZeneca ຕໍ່ເລີຍບໍ່ ເປັນເຂັ້ມ 2 ເຊິ່ງຕົນເອງກໍບໍ່ມີບັນຫາຫຍັງ ເລີຍຕັດສິນໃຈສັກວັກຊີນມື້ນັ້ນເລີຍ.

3. ທ່ານໝໍໄດ້ແນະນຳຫຍັງເພີ່ມເຕີມຫຼັງຈາກເຂົ້າວັກຊີນບໍ່?
ເມື່ອຮັບວັກຊີນແລ້ວ ທ່ານໝໍກໍໃຫ້ຖ້າເບິ່ງອາການ ເມື່ອບໍ່ມີຫຍັງກໍກັບບ້ານໄດ້ ໃຫ້ພັກຜ່ອນພຽງພໍ ແລະ ກິນອາຫານມີປະໂຫຍດ.

4. ກ່ອນເຂົ້າຮັບການສັກວັກຊີນມີການກຽມໂຕຍັງແດ່?
ກ່ອນຈະໄປສັກກໍໄດ້ໄປກວດທ້ອງເທື່ອໜຶ່ງ ເບິ່ງວ່າລູກແຂງແຮງດີບໍ່ ແລ້ວກໍຖາມໝໍ ພ້ອມທັງພັກຜ່ອນໃຫ້ພຽງພໍ ບໍ່ຄິດຫຼາຍ ແລະ ກິນອາຫານໃຫ້ຄົບຖ້ວນ.

5. ຍ້ອນຫຍັງຈິ່ງຕັດສິນໃຈໄປຮັບວັກຊີນ? ມີໃຜແນະນຳບໍ່?
ເນື່ອງຈາກຮູ້ວ່າກະຊວງສາທາລະນະສຸກ ແນະນຳໃຫ້ແມ່ຍິງຖືພາ 12 ອາທິດຂຶ້ນໄປ ຫຼື ຜູ້ທີ່ວາງແຜນທີ່ຈະເອົາລູກ ສາມາດໄປຮັບວັກຊີນປ້ອງກັນໂຄວິດ-19 ໄດ້.

ເພາະມີຄວາມສົນໃຈຢາກສັກວັກຊີນຢູ່ແລ້ວ ແລະ ກໍໄດ້ສຶກສາກ່ອນໜ້ານີ້ ກ່ຽວກັບຜົນຂ້າງຄຽງ ວັກຊີນເຮັດວຽກແນວໃດ ເມື່ອຮັບຮູ້ແລ້ວກໍໄດ້ກະກຽມ ບໍ່ວ່າຈະເປັນການພັກຜ່ອນໃຫ້ພຽງພໍ ກິນອາຫານໃຫ້ຄົບຖ້ວນ. ແລະ ອີກເຫດຜົນໜຶ່ງທີ່ຕັດສິນໃຈໄປສັກ ກໍຍ້ອນຄິດວ່າ ຄວາມສ່ຽງທີ່ຈະຕິດໂຄວິດ-19 ມີຫຼາຍກວ່າຄວາມສ່ຽງທີ່ມາຈາກວັກຊີນ. ປັດຈຸບັນ ຜູ້ຕິດເຊື້ອພາຍໃນເພີ່ມຂຶ້ນ ແລະ ກໍມີການກຳນົດບ້ານແດງ ເຊິ່ງໄດ້ຂະຫຍາຍເປັນຫຼາຍບ້ານ ເພາະບາງເທື່ອໄດ້ອອກໄປຂ້າງນອກ ເຊັ່ນ: ໄປຕະຫຼາດ, ໄປໂຮງໝໍ ກໍເລີຍຄິດວ່າສັກປ້ອງກັນໄປດີກ່ອນ.

6. ໃນຄວາມຄິດເຫັນສ່ວນໂຕຄິດວ່າ ຍ້ອນຫຍັງແມ່ຍິງຖືພາ ຈິ່ງຈຳເປັນຕ້ອງຮັບການສັກວັກຊີນ?
ເຖິງແມ່ນວ່າເຮົາຢູ່ບ້ານ ແຕ່ສາມີ ຫຼື ຄົນໃນບ້ານກໍຕ້ອງອອກໄປວຽກຂ້າງ ນອກ ເຊິ່ງເຮົາກໍບໍ່ສາມາດຮູ້ໄດ້ວ່າໃຜໄດ້ຮັບເຊື້ອໂຄວິດ-19 ຈາກການພົວພັນວຽກງານ ແລະ ນຳເຊື້ອກັບມາບ້ານ ເຖິງວ່າຈະລະວັງກໍຕາມ, ເຊິ່ງເຮົາກໍຈະໄດ້ຍິນຂ່າວ ຜູ້ເຖົ້າທີ່ປ່ວຍຕິດຕຽງ ບໍ່ໄດ້ອອກໄປໃສ ແຕ່ເພິ່ນກໍຍັງໄດ້ຮັບເຊື້ອໂຄວິດ-19 ເຊິ່ງກໍໄດ້ຈາກຄົນຄອບຄົວ.

7. ຝາກເຖິງແມ່ຍິງທີ່ຖືພາ ທີ່ຍັງບໍ່ທັນມີໂອກາດເດີນທາງໄປຮັບວັກຊີນປ້ອງກັນໂຄວິດ-19 ?
ຕາມຄວາມຄິດຂ້າພະເຈົ້າແມ່ນຂຶ້ນກັບການຕັດສິນໃຈ ຂອງແມ່ທີ່ຕັ້ງຄັນ ເພາະບາງເທື່ອຍັງຢ້ານ ຢ້ານໃນທີ່ນີ້ກໍ່ຄືເປັນຫ່ວງລູກທີ່ຢູ່ໃນຄັນ ເມື່ອຜູ້ເປັນແມ່ກໍອາດຈະກັງວົນວ່າໄປຮັບວັກຊີນແລ້ວຈະມີຜົນກະທົບຫຍັງຕໍ່ລູກບໍ່ ແຕ່ຄວາມຈິງແລ້ວ, ຫຼັງຈາກສັກວັກຊີນມາແມ່ນລູກບໍ່ໄດ້ເປັນອັນຕະລາຍ ເພາະທາງກະຊວງສາທາລະນະສຸກ ກໍໄດ້ແນະນຳໃຫ້ແມ່ຍິງຖືພາ 12 ອາທິດຂຶ້ນໄປ ຫຼື ຜູ້ທີ່ວາງແຜນທີ່ຈະເອົາລູກ ສາມາດໄປຮັບວັກຊີນປ້ອງກັນໂຄວິດ-19 ໄດ້.

ພ້ອມກັນນັ້ນ ກໍມີແມ່ຍິງຖືພາຫຼາຍຄົນທີ່ໄດ້ໄປຮັບວັກຊີນແລ້ວ ຕົວຢ່າງກໍຄືຂ້າພະເຈົ້າເອງ, ເຊິ່ງກໍເປັນຕົວຢ່າງໃຫ້ເຫັນແລ້ວວ່າ ການສັກວັກຊີນບໍ່ໄດ້ເຮັດໃຫ້ລູກມີອັນຕະລາຍ ຫຼື ເຈັບເປັນ ເພາະຫຼັງຈາກສັກວັກຊີນແລ້ວກໍໄດ້ໄປກວດທ້ອງ ເຊິ່ງລູກໃນຄັນກໍແຮງແຂງປົກກະຕິດີ

ສ່ວນທາງແມ່ໆເອງກໍຕ້ອງໄດ້ຕັດສິນໃຈ ຊັ່ງຊາເບິ່ງຕື່ມ ແລະ ເມື່ອໝັ່ນໃຈແລ້ວວ່າການສັກວັກຊີນນັ້ນ ຈະຊ່ວຍປ້ອງປົກເຮົາ ແລະລູກ ຈາກໂຄວິດ-19 ໄດ້ລະດັບໜຶ່ງ ກໍຢາກໃຫ້ແມ່ໆໄດ້ໄປສັກ ແລະກໍບໍ່ຕ້ອງກັງວົນ ໃຫ້ອີງໃສ່ຕົວຢ່າງທີ່ຜ່ານມາ ແລະ ບົດການຄົ້ນຄວ້າຕ່າງໆ.

ທີມງານລາວໂພສຂໍຂອບໃຈມາຍັງ ທ່ານ ນາງ ວາລີ ພົມມະຈັກ ອີກຄັ້ງໜຶ່ງ ທີ່ໄດ້ມາແບ່ງປັນປະສົບການນີ້ໃຫ້ຜູ້ອ່ານຂອງເຮົາໄດ້ຮູ້ນໍາກັນ.

Leave a Reply

Your email address will not be published. Required fields are marked *

Back to top button