ຄວນຮູ້ໄວ້!..11 ສະມຸ​ນ​ໄພ​ແກ້​ຮ້ອນ​ໃນ ຊ່ວຍ​ດັບ​ຮ້ອນ​ໃນ ໄດ້ຮັບຜົນແນ່ນອນ

 ເຊື່ອວ່າຫຼາຍໆຄົນອາດຈະພົບບັນຫາກັບອາການຮ້ອນໃນ,​ ແຕ່ຫລາຍຄົນກໍ່ພຽງແຕ່ໄປຊື້ຢາຄາໂນໂລນ (kanolone)ມາໃສ່ ບາງຄວນໃຊ້ແລ້ວກໍ່ດີ,​ແຕ່ບາງຄົນໃຊ້ກໍ່ບໍ່ດີ.

ມື້ນີ້ແອດຈະມາແນະນຳ 11 ສະມຸ​ນ​ໄພ​ແກ້​ຮ້ອນ​ໃນ ຊ່ວຍ​ດັບ​ຮ້ອນ​ໃນ ໃຫ້ທຸກຄົນໄດ້ຮັບຊາບ ເພື່ອໄດ້ລອງໃຊ້ ( ແຕ່ໃຫ້ທຸກຄົນຊາບກ່ອນວ່າ ບາງຄັ້ງຊື່ທີ່ແອດໃສ່ນັ້ນທ້ອງຖີ່ນຂອງທ່ານຈະເອີ້ນບໍ່ຄືກັນ ແຕ່ສຳຄັນແມ່ນໃຫ້ທ່ານເບີ່ງຕາມຮູບພາບຂອງສະມຸນໄພໂດຍກົງ ).

11 ສະມຸນໄພຮັກສາຮ້ອນໃນມີຄື: ( ຢ່າລືມ ແຊເກັບໄວ້ເປັນບົດຮຽນ ໃນຍາມຈຳເປັນ ແລະ ໃຫ້ເພື່ອນໆ ພີ່ນ້ອງ ໄດ້ຮູ້ນຳກັນ )

1. ໃບ​ບົວ​ບົກ : ນອກ​ຈາກ​ຮັກສາ​ອາການ​ຊ້ຳ​ໃນ​ໄດ້​ແລ້ວ ຢັງ​ຊ່ວຍ​ຮັກສາ​ອາຫານ​ຮ້ອນ​ໃນ ຮັກສາ​ແຜ​ໃນ​ປາກ​ໄດ້​ເປັນ​ຢ່າງ​ດີ ຈະ​ທານ​ເປັນ​ແຄບ​ຊູນ​ຫລື​ຄັ້ນ​ນ້ຳ​ສົດໆ ມາ​ດື່ມ​ກໍ​ໄດ້ 

2. ຈັບ​ລ້ຽງ ( ເປັນສະມຸນໄພທີ່ລວບລວມຈາກຫຼາຍພືດປົນກັນ) : ເປັນ​ສ​ະມຸນ​ໄພ​ທີ່​ມີ​ລິດ​ເຢັນ 10 ຢ່າງ ປະກອບ​ດ້ວຍ​ດອກ​ເກ໊​ກ​ຮວຍ ດອກ​ງິ້ວ​ແດງ ເມັດ​ເພ​ກາ ເໝົ່າ​ກິງ ແຊ​ຕີ່ ກຳ​ເຊົ່າ ໂຫຼ່​ເກງ ທຽງ​ຮວຍ​ຮຸ່ງ ແຫ່​ໂກວ​ເຊົ່າ ແລະ ​ຫຼໍ່​ຮັງ​ກ໊ວຍ ຈັບ​ລ້ຽງ  ຈະ​ຊ່ວຍ​ບັນ​ເທົາ​ອາການ​ຮ້ອນ​ໃນ 

3, ຣາງ​ຈືດ : ໃຊ້​ຮາກ​ແລະ​ເຄືອ​ຂອງ​ຣາງ​ຈືດ​ມາ​ຕາກ​ໃຫ້​ແຫ້ງ ແລ້ວ​ນຳ​ມາ​ຊົງ​ດື່ມ ຈະ​ຊ່ວຍ​ລຸດ​ຄວາມ​ຮ້ອນ​ໃນ​ຮ່າງກາຍ

4. ຊະ​ເອມ​ເທດ : ໃຫ້​ນຳ​ຮາກ​ຊະ​ເອມ​ເທດ​ປະສົມ​ກັບ​ຊາ ສະ​ມຸນ​ໄພ​ຊະນິດ​ອື່ນ ແລ້ວ​ບ້ວນ​ປາກ ບໍ່​ຄວນ​ນຳ​ມາ​ຮັບປະທານ​ໂດຍ​ກົງ​ເພາະ​ອາດ​ຜົນ​ຂ້າງ​ຄຽງ​ຄື​ຄວາມ​ດັນ​ເລືອດ​ສູງ

5. ເກ໊​ກ​ຮວຍ : ໃຫ້​ຕົ້ມ​ດອກເກ໊​ກ​ຮວຍ ແລ້ວ​ເອົາ​ມາ​ດື່ມ​ແກ້​ກຣວຍ ຮັກສາ​ແຜຮ້ອນ​ໃນ​ກໍ​ໄດ້​ເຊັ່ນ​ກັນ 

6. ວ່ານ​ຫາງ​ຈ​າຣະ​ເຂ້ : ໃຫ້​ຄັ້ນ​ນ້ຳວ່ານ​ຫາງ​ຈ​າຣະ​ເຂ້ແລ້ວ​ນຳ​ມາ​ບ້ວນ​ປາກ​ເທື່ອ​ລະ 1-3 ຊ້ອນ​ໂຕະ ມື້​ລະ 3 ເທື່ອ 

7. ໝາກ​ຕູມ : ນຳ​ໝາກ​ຕູມ​ຕາກ​ແຫ້ງ​ມາ​ຕົ້ມ​ດື່ມ ອາດຈະ​ເພີ່ມ​ນ້ຳ​ຕານ​ລົງ​ໄປ​ນິດດຽວ​ເພື່ອ​ຄວາມ​ຫວານ 

8. ຊາດ​ອົກ​ຄາ​ໂມ​ມາຍ​ລ​໌ : ໃຫ້​ນຳ​ຊາດ​ອົກ​ຄາ​ໂມ​ມາຍ​ລ​໌​ມາ​ບ້ວນ​ປາກ​ມື້​ລະ 3-4 ເທື່ອ ຊ່ວຍ​ຖືຮັກສາ​ຮ້ອນ​ໃນ​ໄດ້

10. ໃບ​ຢາ​ນາງ : ຈະ​ຊ່ວຍ​ລຸດ​ຄວາມ​ຮ້ອນ​ໃນ​ຮ່າງກາຍ​ລົງ​ໄດ້ ໃຫ້​ນຳ​ໃບ​ມາ​ຄັ້ນ​ສົດ​ແລ້ວ​ດື່ມ 

11. ຮາກ​ບົວ : ມີ​ລົດ​ຫວານ ສາມາດ​ກິນ​ທັງ​ເນື້້ອຊິ້ນ​ຫລື​ຕົ້ມ​ກິນ​ກໍ​ໄດ້ ແກ້​ຮ້ອນ​ໃນ ເຮັດໃຫ້​ສົດ​ຊື່ນ 

ສ​ະມຸນ​ໄພແກ້​ຮ້ອນ​ໃນ​ ໃຜ​ທີ່​ກຳ​ລັງ​ປະ​ສົບ​ບັນຫາ​ຮ້ອນ​ໃນ​ໃນ​ປາກ ຕ້ອງ​ລອງ​ເອົາ​ວິທີ​ເຫຼົ່າ​ນີ້​ໄປ​ນຳໃຊລອງເບີ່ງ​ກັນ​ເລີຍ ແຕ່​ຫາກ​ບໍ່​ຫາຍ​ຈິງໆ ຄວນ​ເຂົ້າ​ພົບ​ແພດ​ໂດຍ​ດ່ວນ  ( ຢ່າລືມ ແຊເກັບໄວ້ເປັນບົດຮຽນ ໃນຍາມຈຳເປັນ ແລະ ໃຫ້ເພື່ອນໆ ພີ່ນ້ອງ ໄດ້ຮູ້ນຳກັນ )

ໝາຍເຫດ: ທຸກສະໄພອາດຈະບໍ່ເຂົ້າກັບທຸກຄົນຫລື ທຸກຄົນຈະໃຊ້ຢາບໍ່ຄືກັນ ເພື່ອຮັກສາ, ບາງທີຄົນອື່ນໃຊດີ ແຕ່ເຮົາໃຊ້ພັດບໍ່ດີ

Leave a Reply

Your email address will not be published. Required fields are marked *

Back to top button