ສະພາບອາກາດຂອງແຕ່ລະແຂວງ ແຕ່ ມື້ນີ້-28 ສິງຫາ 2022

ສະພາບອາກາດ ໄລຍະວັນທີ 15-21 ສິງຫາ 2022 ແລະ ຄາດຄະເນສະພາບ ອາກາດ ແຕ່ວັນທີ 21-28 ສິງຫາ 2022

ໃນໄລຍະຕົ້ນອາທິດ ວັນທີ 22 ຫາ 23 ສິງຫາ 2022 ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ແຂວງ ພາກເຫນືອດ້ານຕາເວັນອອກ ຂອງປະເທດລາວ, ສົມທົບກັບລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່,

ຊຶ່ງຈະ ເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ແລະ ຕົກຫນັກຢູ່ບາງທ້ອງຖິ່ນ ແຂວງພາກເຫນືອ. ຈາກນັ້ນໃນໄລຍະກາງ ຫາ ທ້າຍອາທິດ

ວັນທີ 24 ຫາ 28 ສິງຫາ 2022 ຮ່ອງຄວາມກົດດັນ ອາກາດຕໍ່າຈະພາດຜ່ານພາກເຫນືອ ແລະ ພາກກາງຂອງປະເທດລາວ, ປ່ອງເຂົ້າສູ່ລົມພາຍຸຫມຸນເຂດຮ້ອນ ທີ່ກໍາລັງກໍ່ໂຕ ຢູ່ເຂດທະເທຈີນໃຕ້,

ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກໍາລັງແຮງຂຶ້ນພັດປົກຄຸມເປັນສ່ວນ ໃຫ່ຍ, ຊຶ່ງຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກຫນັກ ຢູ່ ບາງທ້ອງຖິ່ນແຂວງພາກເຫນືອ ແລະ ພາກກາງ,

ຄໍາເຕືອນເຝົ້າລະວັງ: ສະພາບຝົນຕົກຫນັກຟ້າຮ້ອງ-ຟ້າເຫຼື້ອມ, ນ້ໍາຖ້ວມ ແລະ ດິນເຈື່ອນ:

ເນື່ອງຈາກວ່າ ໃນໄລຍະວັນທີ 25 ຫາ 26 ສິງຫາ 2022 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກໍາລັງແຮງຂຶ້ນ ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງໃນແຕ່ລະພາກ ແລະ ຕົກ ຫນັກຢູ່ບາງທ້ອງຖິ່ນໃນແຂວງພາກເຫນືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້.

ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:

ພາກເຫນືອດ້ານຕາເວັນອອກ: ໃນໄລຍະຕົ້ນອາທິດແຕ່ວັນທີ 22 ຫາ 28 ສິງຫາ 2022 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນ ລະດັບຄ່ອຍ ແລະ ຕົກປານກາງ ຫາຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕໍ່າສຸດ 17 – 21 ອົງສາ ແລະ ສູງສຸດ 25 – 29 ອົງສາ.

ພາກເຫນືອດ້ານຕາເວັນຕົກ: ໃນໄລຍະຕົ້ນອາທິດແດ່ວັນທີ 22 ຫາ 24 ສິງຫາ 2012 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນ ລະດັບຄ່ອຍ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ.

ຈາກນັ້ນໃນໄລຍະກາງ ຫາ ທ້າຍອາທິດ ວັນທີ 15 ຫາ 28 ສິງຫາ 2022 ຈະ ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 21-25 ອົງສາ ແລະ ສູງສຸດ25-33 ອົງສາ

ພາກກາງ: ໃນໄລຍະວັນທີ່ 22 ຫາ 28 ສິງຫາ 2022 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ໍາສຸດ 22 – 25 ອົງສາ ແລະ ສູງສຸດ 27 – 34 ອົງສາ.

ສໍາລັບ ແຂວງ ໄຊສົມບູນ: ໃນໄລຍະຕົ້ນອາທິດແຕ່ວັນທີ 22 ຫາ 28 ສິງຫາ 2012 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບ ຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕ່ໍາສຸດ 15 – 17 ອົງສາ ແລະ ສູງສຸດ 25 – 28 ອົງສາ.

ພາກໃຕ້: ໃນໄລຍະຫນຶ່ງອາທິດຕໍ່ຫນ້າວັນທີ 22 ຫາ 28 ສິງຫາ 2022 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານ ກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ໍາສຸດ 23 – 25 ອົງສາ ແລະ ສູງສຸດ 26 – 34 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າຫຼຶອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕ່ໍາສຸດ 15 – 18 ອົງສາ ແລະ ສູງສຸດ 21 – 27 ອົງສາ,

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 22 ຫາ 28 ສິງຫາ 2022 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານ ກາງ ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕໍ່າສຸດ 24 – 25 ອົງສາ ແລະ ສູງສຸດ 31 – 34 ອົງສາ,

ດັ່ງນັ້ນ, ຈຶ່ງແຈ້ງເຕືອນ ເຖີງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບ ມີຝົນຕົກຫນັກ, ນໍ້າຖ້ວມຊູ, ນ້ໍາຖ້ວມຍິ່ງ ແລະ ດິນເຈື່ອນ ເນື່ອງຈາກຈະມີຝົນຕົກຕິດຕໍ່ກັນຫຼາຍວັນ, ພ້ອມໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

ຖ້າໃຜຢາກຮູ້ ສະພາບອາກາດ ໄລຍະວັນທີ 08-14 ສິງຫາ 2022 ຜ່ານມາວ່າຜ່ານແຂວງໃດແມ່ນ ອ່ານດ້ານລົ່ມນີ້ ຫລື ອ່ານແຈ້ງການດ້ານລຸ່ມນີ້

,,

,,

,,,

,,,

,,,,

,,,

ສະຫຼຸບສະພາບອາກາດ ແລະ ລະດັບນ້ໍາ ໃນໄລຍະວັນທີ 15 ຫາ 21 ສິງຫາ 2022 ໃນໄລຍະວັນທີ 15 ຫາ 17 ສິງຫາ 2022 ຄວາມກົດດັນອາກາດຂອງອາກາດຮ້ອນໄດ້ປົກຄຸມຢູ່ທຸກພາກຂອງ ປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກໍາລັງປານກາງ,

ຊຶ່ງໄດ້ເຮັດໃຫ້ອາກາດຮ້ອນ ຂຶ້ນ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະ ພາກ.

ຈາກນັ້ນໃນໄລຍະ ວັນທີ 19 ຫາ 21 ສິງຫາ 2022 ຮ່ອງຄວາມກົດດັນອາກາດຕ່ໍາ ຫຼື ຮ້ອງຝົນໄດ້ພາດຜ່ານຢູ່ ແຂວງພາກເຫນືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ຂອງປະເທດລາວ, ຊຶ່ງໄດ້ເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກຫນັກ ຫາ ຫມັກຫຼາຍ

ພ້ອມມີລົມພັດແຮງຢູ່ ບາງທ້ອງຖິ່ນ ແຂວງ ພາກເຫນືອດ້ານຕາເວັນຕົກ ລົງຫາພາກກາງ ແລະ ພາກໃຕ້, ຈາກສະພາບຝົນຕົກຫນັກ ຫາ ຫນັກ ຫຼາຍ ໃນໄລຍະ ວັນທີ 20 ຫາ 21 ສິງຫາ 2002 ໄດ້ເຮັດໃຫ້ມີນ້ໍາຖ້ວມອັ່ງຢູ່ຫຼາຍບໍລິເວນ ເຂດເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ເກີດມີດິນເຈື່ອນ

ຢູ່ແຂວງພາກເຫນືອ ເມືອງນ່ານ ແຂວງຫຼວງພະບາງ, ເມືອງໄຊສະຖານ ແຂວງໄຊຍະບູລີ. ກ ລາຍງານສະພາບອຸນຫະພູມ: ໃນຫນຶ່ງອາທິດຜ່ານມາ ສະພາບອຸນຫະພູມ ອາກາດໄດ້ເຢັນໃນຕອນເຊົ້າໂດຍສະເພາະ ຢູ່ເຂດພາກເຫນືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ

ຊຶ່ງອຸນຫະພູມຕໍ່າສຸດຂີດ ແທກໄດ້ 15 – 20 ອົງສາ ແລະ ສູງສຸດຂີດແທກໄດ້ 21 – 30 ອົງສາ, ສໍາລັບແຂວງພາກເຫນືອດ້ານຕາເວັນຕົກ ລົງຫາພາກ ກາງ ແລະ ພາກໃຕ້ ອາກາດຮ້ອນ ອຸນຫະພູມຕໍ່າສຸດຂີດ ແທກໄດ້ 22 – 26 ອົງສາ ແລະ ສູງສູດຂີດແທກໄດ້ 31 – 35 ອົງສາ. ຂ. ລາຍງານສະພາບຝົນ:

ໃນໄລຍະຫນຶ່ງອາທິດຜ່ານມາ ວັນທີ 15 ຫາ 21 ສິງຫາ 202, ໄດ້ມີຝົນຕົກ ຟ້າຮ້ອງ ຟ້າ ເຫຼື້ອມໃນລະດັບຄ່ອຍ ຫາ ປານກາງທົ່ວໄປ ຢູ່ໃນແຕ່ລະພາກ ແລະ ໄດ້ມີຝົນຕົກຫນັກ ຫາ ຕົກຫນັກຫຼາຍ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນແຂວງພາກເຫນືອດ້ານຕາເວັນຕົກ ລົງຫາ ແລະ ພາກໃຕ້

ຊຶ່ງປະລິມານນ້ໍາຝົນ 24 ຊົ່ວໂມງ ແທກໄດ້ແຮງສູດ ທີ່ສະຖານີ ຫຼວງພະບາງ 61,8 ມິນລີແມັດ, ນິຄົມ 34: 35.0 ມິນລີແມັດ (ໃນວັນທີ 15 ສິງຫາ 2022), ຜົ້ງສາລີ 27.6 ມິນລີແມັດ, ນະຄອນຫຼວງວຽງຈັນ 114.4 ມິນລີແມັດ, ປາກເຊ 102.ຂ ມິນລີແມັດ, ວຽງ ທອງ 53.0 ມິນລີແມັດ,

ເຊໂນ 40,6 ມິນລີແມັດ, ປາກຊ່ອງ 61.3 ມິນລີແມັດ, ສາລະວັນ 40,4 ມິນລີແມັດ (ໃນ ວັນທີ 19 ສິງຫາ 202a), ຊໍາເຫນືອ 34.6 ມິນລິແມັດ, ສະຫວັນນະເຂດ 66,0 ມິນລີແມັດ, ອັດຕະປື 49,9 ມິນລີ. ແມ້ດ (ໃນວັນທີ 20 ສິງຫາ 20ຂo), ວຽງໄຊ 57.1 ມິນລີແມັດ, ຫ້ວຍຊາຍ 42.9 ມິນລີແມັດ, ໄຊຍະບູລີ 41,6 ມິນລີແມັດ, ໂພນໂຮງ 47.4 ມິນລີແມັດ ແລະ ຫຼັກ 20: 45.5 ມິນລີແມັດ (ໃນວັນທີ 21 ສິງຫາ 2022).

ສະພາບລະດັບແມ່ນ້ໍາຂອງ ແລະ ແມ່ນ້ໍາສາຂາໃນຂົງເຂດທົ່ວປະເທດລາວ ແຕ່ວັນທີ 15 ຫາ 21 ສິງຫາ 2022:

ໃນໄລຍະວັນທີ 15 ຫາ 21 ສິງຫາ 2022 ພາກເຫນືອ ເຫັນໄດ້ວ່າ ລະດັບນ້ໍາແຕ່ລະສະຖານີແມ່ນຫຼຸດລົງໃນ ຊ່ວງຕົ້ນຫາກາງອາທິດ ແລ້ວໄດ້ເພີ່ມຂື້ນໃນທ້າຍອາທິດ. ຍົກເວັ້ນສະຖານີນ້ໍາ, ເມືອງງອຍ ລະດັບນ້ໍາແມ່ນຫຼຸດລົງໃນ

ຫນຶ່ງອາທິດຜ່ານມາ, ພາກກາງ ນ້ໍາງື່ມ ສະຖານີພຽງຫຼວງ, ທ່າລາດ, ປາກກະຍຸງ ແລະ ເວີນຄໍາ ລະດັບນ້ໍາແມ່ນຫຼຸດລົງ ແຕ່ຕົ້ນ ຫາ ທ້າຍອາທິດ, ສ່ວນສະຖານີນາບົງ ລະດັບນ້ໍາແມ່ນເພີ່ມຂຶ້ນໃນຊ່ວງກາງອາທິດ.

ນ້ໍາງຽບ (ມ.ໃຫມ່), ນ້ໍາຊັນ (ມ.ເກົ່າ) ແລະ ນ້ໍາກະດິງ (ໂພນສີ) ເຫັນໄດ້ວ່າແຕ່ລະສະຖານີລະດັບນ້ໍາ ແມ່ນໄດ້ເພີ່ມຂຶ້ນແຕ່ຕົ້ນ ຫາ ທ້າຍອາທິດ, ເຊ ບັ້ງໄຟ ລະດັບນ້ໍາແຕ່ລະສະຖານີແມ່ນ ຫຼຸດລົງໃນຊ່ວງຕົ້ນ ຫາ ກາງທິດ ແລ້ວໄດ້ເພີ່ມຂື້ນທ້າຍອາທິດ,

ພາກໃຕ້ ເຊໂດນ ເຫັນໄດ້ວ່າລະດັບນ້ໍາແຕ່ລະສະຖານີແມ່ນຫຼຸດລົງແຕ່ຕົ້ນຫາກາງອາທິດ ແລ້ວໄດ້ເພີ່ມຂື້ນທ້າຍອາທິດ, ເຊບັ້ງຫຽງ ລະດັບນ້ໍາແມ່ນເພີ່ມຂື້ນໃນຊ່ວງທ້າຍອາທິດ, ເຊກອງ ລະດັບນ້ໍາແຕ່ລະສະຖານີແມ່ນເພີ່ມຂື້ນໃນຊ່ວງທ້າຍອາທິດ, ຍົກເວັ້ນສະຖານີລະມາມ ລະດັບນ້ໍາແມ່ນຫຼຸດລົງແຕ່ຕົ້ນຫາ ທ້າຍອາທິດ.

,,

,,

,,

,,

Leave a Reply

Your email address will not be published. Required fields are marked *

Back to top button