ລັກຕັດສາຍໄຟ ແຮງສູງ ຖືກໄຟຟ້າຊ໋ອດ

ລັກຕັດສາຍໄຟ ແຮງສູງ ຖືກໄຟຟ້າຊ໋ອດເຈັບສາຫັດ . ທ້າວ ຊຽງທອງສີ ອາຍຸ 27 ປີ ອາຊີບ ກໍາມະກອນ ບ້ານຫົວຊຽງ ເມືອງຊໍາໃຕ້ ແຂວງຫົວພັນ ປັດຈຸບັນພັກເຊົາ ຢູ່ບ້ານໂຄກໃຫຍ່ ເມືອງໄຊທານີ ນວ ຖືກໄຟຟ້າຊ໋ອດອາການສາຫັດ

ໃນຂະນະທີ່ຜູ້ກ່ຽວ ພະຍາຍາມ ລັກຕັດເອົາສາຍໄຟຟ້າ ຢູ່ເສັ້ນທາງລົດໄຟລາວ-ຈີນ ເຂດບ້ານໂຄກໃຫຍ່ ເມືອງໄຊທານີ.ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ໃຫ້ຮູ້ວ່າ:

ພາຍຫຼັງໄດ້ຮັບແຈ້ງຈາກພົນລະເມືອງ ວ່າມີຄົນລັກຕັດສາຍໄຟຟ້າແຮງສູງ ແຕ່ຖືກໄຟຟ້າຊ໋ອດອາການສາຫັດ ໃນເວລາ 1:00 ໂມງ ຂອງວັນທີ 4 ພະຈິກ 2021 ຈິ່ງແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາສະຖານທີ່ເກີດເຫດ ພົບເຫັນຊາຍຄົນໜຶ່ງນອນອາການສາຫັດ ຕົນໂຕດໍາຂຽວ ຍ້ອນຖືກໄຟຟ້າຊ໋ອດ ຈິ່ງນໍາສົ່ງຜູ້ກ່ຽວໄປປິ່ນປົ່ວ ຢູ່ໂຮງໝໍທ່າງອນ ເມືອງໄຊທານີ.

ຕໍ່ກັບຜູ້ຖືກຫາດັ່ງກ່າວ ພາຍຫຼັງຫາຍດີແລ້ວ ເຈົ້າໜ້າທີ່ຈະໄດ້ດໍາເນີນຄະດີຕາມລະບຽບກົດໝາຍ.ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງ ປະຊາຊົນ ໂດຍສະເພາະ ຊາວນະຄອນຫຼວງວຽງຈັນ ຈົ່ງຊ່ວຍກັນເປັນຫູເປັນຕາ ໃນການຮັກສາຊັບສົມບັດ ຂອງຕົນກໍ່ຄືຂອງສັງຄົມ ເພື່ອຫຼີກລ່ຽງການຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ.

ຖ້າພົບເຫັນພຶດຕິກຳທີ່ບໍ່ເໝາະສົມ ແລະ ແຕະຕ້ອງເຖິງຄວາມສະຫງົບຂອງສັງຄົມ ໃຫ້ແຈ້ງມາທີ່ ເບີວັອດແອັບ 020 28899774 ແລະ ຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button