ໄບເດນສົ່ງ ຄະນະຜູ້ແທນສະພາສະຫະລັດອາເມຣິກາ ຊຸດທີ 2 ເດີນທາງຮອດໄຕ້ຫວັນແລ້ວ

ຄະນະຜູ້ແທນສະພາຊຸດທີ 2 ເດີນທາງຮອດໄຕ້ ແລະ ກຽມພົບກັບຜູ້ນຳຂອງໄຕ້ຫວັນ ເຖິງວ່າໃນ 2 ອາທິດແລ້ວນີ້ ຈີນໄດ້ຈັດການຊອບຮົບໃຫຍ່ເພື່ອຕອບໂຕ້ການທີ່ປະທານສະພາສະຫະລັດໄດ້ມາໄຕ້ຫວັນນີ້.

ສຳນັກຂ່າວ CNA ໄດ້ລາຍງານວ່າ: ຄະນະຜູ້ແທນສະພາຄອງເກຣສ ສະຫະລັດອາເມຣິກາ ຊຸດທີ 2 ເດີນທາງຮອດໄຕ້ຫວັນແລ້ວ ໃນວັນທີ 14 ສິງຫາ 2022 ໂດຍຈະຢ້ຽມຢາມເປັນເວລາ 2 ມື້ ເຊິ່ງພວກເຂົາໄດ້ພົບກັບ ນາງ ໄຊ່ ອິງເຫວິນ ປະທານາທິບໍດີໄຕ້ຫວັນ

ເພື່ອຫາລືຄວາມສຳພັນທາງດ້ານການຄ້າ ແລະ ຄວາມໝັ້ນຄົງລະຫວ່າງປະເທດທັ້ງ 2 ຝ່າຍ.ດ້ານສຳນັກງານປະທານາທິບໍດີໄຕ້ຫວັນ ເປີດເຜີຍວ່າ

ຄະນະຜູ້ແທນຈະເຂົ້າຢ້ຽມປະທານາທິບໍດີໄຕ້ຫວັນ ໃນເຊົ້າວັນຈັນ ວັນທີ 15 ສິງຫາ 2022 ພ້ອມລະບຸວ່າ ການມາຢ້ຽມເທື່ອນີ້ ເປັນການສະແດງໃຫ້ເຫັນວ່າສະພາຄອງເກຣສ ສະຫະລັດອາເມຣິກາ ສະໜັບສະໜູນໄຕ້ຫວັນ.

ຊົມຄລີບ

ທີ່ມາ: ລາວໂພສ

Leave a Reply

Your email address will not be published. Required fields are marked *

Back to top button