ຮູຂະໜາດໃຫຍ່ໃນເຮືອບິນຫຼັງຈາກທີ່ເດີນທາງມາ 14 ຊົ່ວໂມງ

ລູດເຮືອ ແລະ ຜູ້ໂດຍສານຕ່າງພາກັນຕົກໃຈກັບຮູຂະໜາດໃຫຍ່ທີ່ຢູ່ດ້ານຂ້າງ ຂອງເຮືອບິນເອມິເຣດ ໃນຂະນະທີ່ຕອນເຮືອບິນລົງຈອດທີ່ອອສເຕເລຍ ຫຼັງຈາກເກີດສຽງດັງສະນັ່ນ ຄິດວ່າຢາງຕີນລໍ້ລະເບີດ.

ໃນວັນທີ 5 ມິຖຸນາທີ່ຜ່ານມາ ບັນດາຜູ້ໂດຍສານເທິງເຮືອບິນໂດຍສານຂອງ ສາຍການບິນເອມິເຣດ ແອບັສ A380 ທ່ຽວບິນຈາກດູໄບ ມາຫາເມືອງບຣິສເບນ ໃນອອສເຕເລຍ ຕ້ອງຕົກໃຈຫຼາຍ

ເມື່ອລົງມາຈາກເຮືອບິນທີ່ສະໜາມບິນນາໆຊາດ ເມືອງບຣິສເບນ ໃນວັນທີ 1 ກໍລະກົດ ແລ້ວໄດ້ເຫັນຮູຂະໜາດໃຫຍ່ບໍລິເວນດ້ານຂ້າງຂອງເຮືອບິນ ຫຼັງຈາກໃຊ້ເວລາເດີນທາງ 14 ຊົ່ວໂມງ.

ຮູຂະໜາດໃຫຍ່ເກີດຂຶ້ນໃນຂະນະທີ່ເຮືອບິນຢູ່ເທິງຟ້າ ບິນຢູ່ເໜືອມະຫາສະໝຸດ ແລ້ວໄດ້ມີສຽງດັງສະນັ່ນໄປທົ່ວຟ້າ ຫຼັງຈາກທີ່ໄດ້ບິນອອກມາເຄິ່ງຊົ່ວໂມງ. ທາງດ້ານນັກບິນນັ້ນໄດ້ຕັດສິນໃຈຂັບເຮືອບິນຕໍ່ໄປອີກ 13 ຊົ່ວໂມງເຄິ່ງ

ເພື່ອຈະຮອດອອສເຕເລຍ, ໂດຍມີການຕິດຕໍ່ເຈົ້າໜ້າທີ່ຫໍຄວບຄຸມການບິນປະຈຳສະໜາມບິນ ກ່ອນທີ່ຈະລົງຈອດ.

ເຖິງຢ່າງໃດກໍຕາມ ລູກເຮືອ ແລະ ຜູ້ໂດຍສານບໍ່ມີໃຜໄດ້ຮັບບາດເຈັບ, ແຕ່ທາງເຈົ້າໜ້າທີ່ກູ້ໄພກໍກຽມພ້ອມຢູ່ທີ່ສະໜາມບິນແລ້ວ.

ຊົມຄລີບ

ແຫຼ່ງຂ່າວຈາກ euronews

Leave a Reply

Your email address will not be published. Required fields are marked *

Back to top button