ຣັດເຊຍ-ເກົາຫລີເຫນືອ ຍົກລະດັບຄວາມສຳພັນການຮ່ວມມືທະວິພາຄີ.

ອີງຕາມການລາຍງານຂອງສຳນັກຂ່າວ ​KCNA,​ ​ໃນວັນທີ 15 ສິງຫາ 2022 ນີ້ວ່າ: ປະທານາທິບໍດີ ຣັດເຊຍ ທ່ານ ວາລາດິເມຍ ປູຕິນ (Vladimir Putin) ໄດ້ສົ່ງຈົດໝາຍເຖິງຜູ້ນຳເກົາຫຼີເໜືອ ທ່ານ ຄິມ ຈອງອຶນ (Kim Jong Un)

ເນື່ອງໃນໂອກາດວັນປະກາດເອກະລາດຂອງເກົາຫຼີເໜືອ. ເນື້ອຂໍ້ຄວາມບາງສ່ວນລະບຸວ່າ “ສອງ​ປະ​ເທດ​ຈະ​ຮ່ວມ​ກັນ​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ປະ​ເທດ​ແບບ​ລວມ​ແລະ​ສ້າງ​ສັນ.”

ທ່ານ ປູຕິນ Putin ກ່າວໃນຈົດໝາຍວ່າ ສາຍ​ພົວ​ພັນ​ທີ່​ໃກ້​ຊິດ​ລະ​ຫວ່າງ​ລັດ​ເຊຍ​ແລະ​ ເກົາ​ຫຼີ​ເຫນືອ​ ມັນຈະເປັນປະໂຫຍດທັງສອງຝ່າຍ. ​ແລະ​ຈະ​ຊ່ວຍ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ.

ພ້ອມ​ກັນ​ນັ້ນ, ຜູ້ນຳ​ສູງ​ສຸດ ​ຂອງສປປ ​ເກົາຫລີ ​ຍັງ​ມີ​ຈົດໝາຍ​ ຕອບ​ກັບ ​ຜູ້ນຳຣັດ​ເຊຍ. ມັນເປັນສິ່ງ ສໍາຄັນທີ່ ການ​ພົວ​ພັນ ການ​ຮ່ວມ​ມື ​ລະ​ຫວ່າງ ​ລັດ​ຖະ​ບານ ທັງ​ສອງ​ປະ​ເທດ ຣັດ​ເຊຍ ແລະ ​ສປປ ​ເກົາຫລີ ​ໃຫ້​ແໜ້ນ​ແຟ້ນ ຍິ່ງ​ຂຶ້ນ ​ໃນ​ຕໍ່ໜ້າ.

ແລະ ຣັດເຊຍ – ເກົາຫລີເຫນືອ ກໍ່ຈະຮ່ວມໃຈກັນຕ້ານສັດຕູນຳກັນ, ຖ້າໃຜຍັງມາຍຸແຍ່ຢາກຖະຫລົ່ມສອງຊາດເຮົາ, ເຮົາກໍ່ຈະເອົາຄືນໃຫ້ເຕັມທີ່ ໃຫ້ຫມຸ່ນອຸຍປຸ໋ຍໄປໃນບົນໂລກ. ໃນ ນັ້ນ, ຄິມ ຈອງອຶນ ກໍ່ໄດ້ກຽມທະຫານ 100,000 ຄົນເພື່ອຊ່ວຍຣັດເຊຍ ສູ້ຮົບກັບຢູເຄຮນ ທີ່ໄບເດນຢູ່ເບື້ອງຫລັງ

ເມື່ອໄບເດັນໄດ້ຮູ້ເຖິງກັນພົວພັນຍົກລະດັບຄວາມສຳພັນການຮ່ວມມືທະວິພາຄີ ເຮັດໃຫ້ຕົນເອງກໍ່ບໍ່ສາມາດຈະຕັດສີນໃຈວ່າຈະທຳແນວໃດດີ. ຈື່ງໄດ້ຮຽກຮອງໃຫ້ມີການປະຊຸມກຸ່ມນາໂຕຂື້ນ , ແລະ ຖ້າຄັ້ງນີ້ ໄບເດນຜິດພາດກ້າວດຽວໂລກບົນນີ້ຕ້ອງມີສຽນປື່ນດັງສະຫນັ່ນ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button