ອາເມຣິການັບມື້ນັບກາຍເປັນຜູ້ກ່ຽວໂດຍກົງໃນບັນຫາຢູແຄຣນ

ເຈົ້າໜ້າທີ່ກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ອາເມຣິການັບມື້ນັບກາຍເປັນຜູ້ກ່ຽວໂດຍກົງໃນບັນຫາອູແກຣນ

ວັນທີ 13 ສິງຫານີ້, ຂ່າວສານຕາສຂອງຣັດເຊຍລາຍງານວ່າ, ທ່ານອາເລັກຊັນເດີ ດາຊີເຢັບ ຫົວໜ້າກົມອາເມຣິກາເໜືອກະຊວງການຕ່າງປະເທດຣັດເຊຍກ່າວວ່າ, ອາເມຣິການັບມື້ນັບກາຍເປັນຜູ້ກ່ຽວໂດຍກົງໃນບັນຫາອູແກຣນ.

ທ່ານດາຊີເຢັບກ່າວວ່າ, ກອງທັບຣັດເຊຍພວມທຳລາຍອາວຸດທີ່ປະເທດຕາເວັນຕົກສົ່ງໃຫ້ອູແກຣນນັ້ນຢ່າງເປັນລະບົບ, ແຕ່ອາວຸດໄລຍະໄກທີ່ປະເທດຕາເວັນຕົກສະໜອງໃຫ້ອູແກຣນນັ້ນຈະເຮັດໃຫ້ການເຄື່ອນໄຫວທາງການທະຫານພິເສດມີຂອບເຂດກວ້າງອອກກວ່າເກົ່າ, ຣັດເຊຍຈະບໍ່ອະນຸຍາດໃຫ້ມີອາວຸທີ່ເປັນໄພຂົ່ມຂູ່ໂດຍກົງຕໍ່ຣັດເຊຍ ກໍຄືເຂດທີ່ຄວບຄຸມໂດຍຣັດເຊຍຢູ່ໃນດິນແດນອູແກຣນ.

ທ່ານກ່າວຕື່ມວ່າ, ຣັດເຊຍໄດ້ເຕືອນໃຫ້ອາເມຣິກາແລ້ວວ່າ, ຖ້າວ່າອາເມຣິກາຈັດເອົາຣັດເຊຍເປັນ “ປະເທດທີ່ສະໜັບສະໜູນລັດທິກໍ່ການຮ້າຍ”, ສາຍສຳພັນທາງການທູດລະຫວ່າງສອງປະເທດຈະຖືກທຳລາຍຢ່າງໜັກໜ່ວງ, ຈົນກະທັ້ງກ້າວເຖິງຂັ້ນຖືກຕັດຂາດ.

ຊົມຄລີບ

ທີ່ມາ: CRI-FM93

Leave a Reply

Your email address will not be published. Required fields are marked *

Back to top button