ເສົາໄຟຟ້າຫັກ 4 ຕົ້ນເຂດບ້ານໂນນຫວາຍ ໄຟດັບເປັນວົງກວ້າງ

ໃນວັນທີ 13/08/2022 ແຕ່ເວລາ 10:30 ເປັນຕົ້ນມາ ແຈ້ງມີໄຟຕົກສຸກເສີນ 22 KV ສາຍແຈກMSS B3 ສະຖານີດົງໂພສີ ເຮັດໃຫ້ໄຟດັບເປັນບໍລິເວນກ້ວາງ

ປັດຈຸບັນທາງໜ່ວຍງານສ້ອມແປງເມືອງໄຊເສດຖາ ກຳລັງເລັ່ງແກ້ໄຂເພື່ອກູ້ລະບົບຄືນສ່ວນເວລາປ່ອຍໄຟຍັງບໍ່ສາມາດກຳນົດໄດ້

ຂອບເຂດບ້ານທີ່ບໍ່ມີໄຟມີ: ຈາກເຫດນີ້ ມີຢູ່ 6 ບ້ານ

  • ບ້ານ ເມືອງນ້ອຍ
  • ບ້ານ ຄຳສະຫວາດ
  • ບ້ານ ໂນນຄໍ້
  • ບ້ານ ໂນນຫວາຍ
  • ບ້ານ ໂພນທັນເຂດຕະຫຼາດບືງທາດຫຼວງ
  • (ຂໍອະໄພໃນຄວາມບໍ່ສະດວກມາຍັງລູກຄ້າຜູ້ຊົມໃຊ້ໄຟຟ້າທຸກທ່ານຍັງນະທີ່ນີ້ດ້ວຍ)

ສາເຫດໄຟດັບເຂດບ້ານໂນນຫວາຍ ຍ້ອນມີເສົາໄຟ 12ແມັດ ຫັກ 4ຕົ້ນ ຈຸດເກີດເຫດແມ່ນບ້ານໂນນຫວາຍ ຮ່ອມ04 ແຖວຮ້ານອາຫານວັງວີວ ແຖວຫ້ອງການບ້ານ ໂນນຫວາຍ

.

Leave a Reply

Your email address will not be published. Required fields are marked *

Back to top button