ອຸບັດຕິເຫດລົດຕູ້ກັບລົດພວງຕໍາກັນ ຜູ້ເສຍຊີວິດ6ຄົນ,ຜູ້ບາດເຈັບ 3 ຄົນ

ສະຫລຸບຂໍ້ມູນ ແລະ ຢືນຢັນຫລ້າສຸດ: ອຸບັດຕິເຫດລົດຕູ້ກັບລົດພວງຕໍາກັນ

#ຜູ້ເສຍຊີວິດ6ຄົນ,ຜູ້ບາດເຈັບ 3 ຄົນ
…..
ອຸບັດຕິເຫດແມ່ນເກີດຂຶ້ນ ໃນວັນທີ27.07.2023 ເວລາ13:01ນາທີ, ລົດພວງຄອນເທັນເນີ+ ລົດຕູ້ຕໍາກັນ ຢູ່ຂອບເຂດບ້ານ ນ້ຳແພ ເມືອງ ວຽງພູຄາ ແຂວງຫຼວງນ້ຳທາ
,ຜູ້ເສຍຊີວິດ 6 ຄົນ,ຜູ້ບາດເຈັບ03ຄົນ
ຂໍ້ມູນເບື້ອງຕົ້ນ:

-ຜູ້ເສຍຊີວິດທີ 1:ທ້າວ ຕຸ້ຍ ສັນຊາດລາວ ອາຍຸ35ປີ ບ້ານ ຫ້ວຍມອນ (ປ່າກ້ວຍ) ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ .

-ຜູ້ເສຍຊີວິດທີ 2: ນາງ ຄຳໃສ ຊົມພູໃບ ອາຍຸ59ປີ (ຄົນປະເທດໄທ

-ຜູ້ເສຍຊີວິດທີີ 3:ນາງ ບຸນນຳ ອາດພັກດີ ອາຍຸ64ປີີ (ຄົນປະເທດໄທ)

-ຜູ້ເສຍຊີວິດທີີ 4: ນາງ ການຈະນາ ເງິນເຢັນ ອາຍຸ68ປີີ (ຄົນປະເທດໄທ)

-ຜູ້ເສຍຊີວິດທີີ 5: ນາງ ຍຸພາ ມີໄຊ ອາຍຸ 66 ປີີ (ຄົນປະເທດໄທ)

-ຜູ້ເສຍຊີວິດທີີ 6:ທ້າວ ນຸຍ ມີໄຊ ອາຍຸ68ປີີ (ຄົນປະເທດໄທ)

ດັ່ງນັ້ນ, ໜ່ວຍກູ້ໄພອົງການກາແດງແຂວງບໍ່ແກ້ວຈື່ງໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດແລະໄດ້ນຳສົບຜູ້ເສຍຊີວິດໄປທີ່ຂົວມິດຕະພາບ4 ເຊິ່ງໄດ້ມີກູ້ໄພທາງໄທໄດ້ມາຮັບບເອົາສົບຜູ້ເສຍຊີວິດຕໍ່ເພື່ອສົ່ງໃຫ້ຍາດພີ່ນ້ອງທຳພິທີທາງສາສະໜາ.

ຂໍ້ມູນກາແດງແຂວງບໍ່ແກ້ວ

Leave a Reply

Your email address will not be published. Required fields are marked *

Back to top button