ການແຂ່ງຂັນ ກີລາການທະຫານ ສາກົນ 2022 ທີ່ ສ ຣັດເຊຍ

ໃນວັນທີ 10 ສິງຫາທີ່ຜ່ານມາ, ທີ່ຣັດເຊຍ ຈັດການແຂ່ງຂັນກີລາທະຫານສາກົນ ຫຼື Army Games 2022, ຕາງໜ້າກອງທັບປະຊາຊົນລາວໂດຍ ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຫົວໜ້າການທະຫານ ກອງພັນໃຫຍ່ 661

ໃນນາມກຳມະການກາງຕັດສິນຖືກແຕ່ງຕັ້ງຈາກ ກະຊວງປ້ອງກັນປະເທດ ສປປ ລາວ ໄດ້ເຂົ້າຮ່ວມການແຂ່ງຂັນຄັ້ງນີ້ໄດ້ລາຍງານວ່າ: 

 ປີນີ້ກອງທັບປະຊາຊົນລາວ ໄດ້ສົ່ງເຂົ້າແຂ່ງຂັນ 3 ປະເພດ ຄື: ທີມລົດຕັງ ມີ 21 ສະຫາຍ, ທີມຊ່າງແສງ ມີ 22 ສະຫາຍ ແລະ ທີມສື່ສານ ມີ 8 ສະຫາຍ.

ສຳລັບການແຂ່ງຂັນ ລົດຕັງ ມີ 21 ປະເທດເຂົ້າຮ່ວມ ແລະ ໄດ້ແບ່ງອອກເປັນ 2 ສາຍກໍຄື:

ສາຍ (ກ) ປະກອບມີ 10 ປະເທດ:ຄື: ຣັດເຊຍ, ສປ ຈີນ,ເບລາຣຸດ, ອາແຊັກໄບຊານ, ກາຊັກສະຖານ, ອູສະເບັກກິສະຖານ, ຫວຽດນາມ, ເວເນຊູເອລາ, ມົງໂກລີ ແລະ ກືກິສະຖານ. ສາຍ (ຂ) ລວມມີ: ຊີເຣຍ, ຕາຊິກກິສະຖານ, ມຽນມາ, ສປປ ລາວ, ອັບຄາຊີ, ອາເມນີ, ອີຣານ, ມາລີ, ຊີມບັບ ເວ, ອາເຊເຈຍໃຕ້ ແລະ ຊູດານ.

ສ່ວນຜົນການຈົກສະຫຼາກ ໃນວັນທີ 8 ສິງຫານີ້ ທີມລາວເຮົາຈົກໄດ້ ລົດຕັງຄັນສີຟ້າ ເຊິ່ງຮ່ວມຢູ່ ຈຸແຂ່ງຂັນດຽວກັນກັບ 4 ປະເທດ ຄື: ສປປ ລາວ, ຊີເຣຍ, ອາເມນີ ແລະ ມຽນມາ. ການແຂ່ງຂັນ ຈະເລີ່ມແຕ່ວັນທີ 13-27.

ທີ່ມາ: Lao National Radio

Leave a Reply

Your email address will not be published. Required fields are marked *

Back to top button