ແຂວງໄຊຍະບູລີ ແຈ້ງສຸກເສີນໄພພິບັດນ້ຳຖ້ວມ

ແຈ້ງສຸກເສີນໄພພິບັດນ້ໍາຖ້ວມ .. ອີງຕາມ ຂໍ້ຕົກລົງຂອງທ່ານ ເຈົ້າແຂວງໄຊຍະບູລີ ເລກທີ 1436/ຈຂ.ຊຍ, ລົງວັນທີ 17 ພະຈິກ 2021, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການແຂວງ.

ຫົວຫນ້າຫ້ອງວ່າການແຂວງ ຂໍຖືເປັນກຽດແຈ້ງການ ມາຍັງບັນດາທ່ານ ດັ່ງນີ້:

ໃຫ້ບັນດາພະແນກການ, ອົງການ, ກົມກອງ, ສະພາປະຊາຊົນແຂວງ, ລັດວິສາຫະກິດ, ຫ້ອງການອ້ອມຂ້າງແຂວງ ແລະ 1 ເມືອງ ພາຍ ໃນແຂວງ ກະກຽມຄວາມພ້ອມຊ່ວຍເຫຼືອປະຊາຊົນ ທີ່ອາດຈະໄດ້ຮັບຜົນກະທົບຈາກໄພພິບັດນ້ໍາຖ້ວມ;

ສໍາລັບ ເມືອງໄຊຍະບູລີ ມອບໃຫ້ພະແນກການ, ອົງການ, ກົມກອງ, ສະພາປະຊາຊົນແຂວງ, ຫ້ອງການ, ພະນັກງານທີ່

ມອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ບັນດາເມືອງ ລາຍງານສະພາບໄພພິບັດທີ່ ເກີດຂຶ້ນພາຍໃນເມືອງຕົນ ມາຍັງຫ້ອງວ່າການແຂວງ ເພື່ອຂໍທິດຊີ້ນໍາໃນການຊ່ວຍເຫຼືອໃຫ້ທັນການ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

Leave a Reply

Your email address will not be published. Required fields are marked *

Back to top button