ຄິດວ່າເອົາໄວ້ດີແລ້ວເຊື່ອງ ຢ າ ເ ສ ບ ຕ ິ ດ ໄວ້ເຕົາໄຟເຈົ້າໜ້າທີ່ຕາໄວເຂົ້າຮວບຕົວ

ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ແຂວງຫົວພັນ ໄດ້ຕິດຕາມເປົ້າໝາຍທີ່ມີການເຄື່ອນໄຫວຄ້ າ-ຂ າ ຍ ຢ າ ເ ສ ບ ຕິ ດ ມາແຕ່ທ້າຍເດືອນ 6 ປີ 2020 ຜ່ານການຕິດຕາມເຫັນວ່າຜູ້ກ່ຽວມີການເຄື່ອນໄຫວຄ້າ – ຂາຍ ຢ າ ເ ສ ບ ຕິ ດ ແທ້.

ມາຮອດເວລາ 16 ໂມງ ຂອງວັນທີ່ 20 ທັນວາ 2021 ຜ່ານມານີ້ ເຈົ້າໜ້າທີ່ ຈື່ງໄດ້ແຕ່ງຕັ້ງກໍາລັງ ສົມທົບກັບ ອົງການປົກຄອງບ້ານ ເພື່ອເຂົ້າໄປກວດຄົ້ນເຄຫາສະຖານຂອງຜູ້ຕ້ອງສົງໄສ ເຊີ່ງເປັນເຮືອນຂອງທ້າວ ໄມເຄືອ ອາຍຸ 37 ປີ ປະຊາຊົນ ບ້ານເມືອງຂັນ ຄູ້ມດ່ານຊໍາ ເມືອງຊໍາໃຕ້ ແຂວງຫົວພັນ ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ ໄດ້ພົບເຫັນຂ ອ ງ ກ າງປະເພດ ຢ ຈໍານວນ 56 ເມັດ ທີ່ຊຸກເຊື່ອງໄວ້ຢູ່ກ້ອງເຕົາໄຟ ໃນເຮືອນຂອງຜູ້ກ່ຽວ.

..

ສະນັ້ນເຈົ້າໜ້າທີ່ຈື່ງໄດ້ຈັບຕົວຜູ້ກ່ຽວພ້ອມທັງຂອງກາງຈໍານວນດັ່ງກ່າວມາສືບສວນ – ສອບສວນ. ຜ່ານການສືບສວນ-ສອບສວນເບື້ອງຕົ້ນ ຜູ້ກ່ຽວໄດ້ສາລະພາບວ່າ ຢ ຈໍານວນ 56 ເ ມັ ດ, ແມ່ນຂອງຜູ້ກ່ຽວແທ້ ຜູ້ກ່ຽວແມ່ນໄດ້ຊື້ມາ ເພື່ອມາ ເ ສ ບ ແລະ ຈຳໜ່າຍຂາຍຍ່ອຍ.

ຈາກນັ້ນເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ຈື່ງໄດ້ນໍາສົ່ງຕົວຜູ້ກ່ຽວພ້ອມທັງເຄື່ອງຂອງກາງ ໃຫ້ພະແນກສະກັດກັ້ນ ແລະ ຕ້ າ ນ ຢາ ເ ສ ບ ຕິ ດ ປກສ ແຂວງຫົວພັນ ດໍາເນີນຄະດີ ສືບສວນ – ສອບສວນ ຂະຫຍາຍຜົນຫາຜູ້ ຮ່ວມຂະບວນການມາດໍາເນີນຄະດີ ຕາມລະບຽບກົດໝາຍ.

ຂ່າວ ປກສ ແຂວງຫົວພັນ

Leave a Reply

Your email address will not be published. Required fields are marked *

Back to top button