ຂ່າວດີ !!! ປັບລາຄານ້ຳມັນລົງຫລາຍແລ້ວ
ຂ່າວດີ !!! ແຈັງປັບລາຄາຂາຍຍ່ອຍ ນໍ້າມັນເຊື້ອໄຟ ທົ່ວປະເທດ ! ໂດຍລາຄາໃໝ່ນີ້ ແມ່ນໃຫ້ເລີ່ມປະຕິບັດ ວັນທີ 12 ສິງຫາ 2022; ເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ.
– ການປັບລາຄາຄັ້ງນີ້ ແມ່ນ ໄດ້ປັບລົງລາຄາຂາຍຍ່ອຍ ນໍ້າມັນກາຊວນ -360 ກີບ/ລິດ, ແອັດຊັງທຳມະດາ-230, ແອັດຊັງພິເສດ – 490
– ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0683/ກຄພນ, ລົງວັນທີ 11 ສິງຫາ 2022 ຈົນກວ່າຈະມີການປ່ຽນແປງ.
– ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.
ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 098/ອຄ, ລົງວັນທີ 11 ສີງຫາ 2022, ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ.