ດ່ວນ!..ເກີດເຫດເຮືອບິນລຳນ້ອຍຕົກກະທົບໃສ່ຫົນທາງໃນອາເມຣິກາ

ເກີດເຫດເຮືອບິນລຳນ້ອຍຕົກລົງຫົນທາງ ໃນລັດຄາລິຟໍເນຍ ຂອງອາເມຣິກາ ແລ້ວໄດ້ເຖືອໄປຕາມຫົນທາງຈົນໄຟໄໝ້.

ໃນວັນທີ 10 ສິງຫາ 2022 ສຳນັກຂ່າວ ເດລີ່ເມວ ລາຍງານວ່າ: ເກີດອຸບັດຕິເຫດໃນທາງດ່ວນ ໃນນະຄອນລັອສແອນເຈີລິສ ລັດຄາລິຟໍເນຍ ປະເທດອາເມຣິກາ

ມີອຸບັດຕິເຫດເຮືອບິນລຳນ້ອຍຕົກລົງມາກະທົບເທິງຫົນທາງ ໃນເວລາ 12.30ໂມງ ຂອງວັນອັງຄານ ທີ 9 ສິງຫາ ຕາມເວລາທ້ອງຖິ່ນ ຂະນະທີ່ມີລົດກຳລັງແລ່ນສັນຈອນຕາມຫົນທາງ, ຈົນເຮັດໃຫ້ເຮືອບິນເຖືອໄປຕາມຫົນທາງ ແລະ ມີປີກຂອງເຮືອບິນ ໄດ້ໄປຕຳກັບລົດຄັນໜຶ່ງ ຈົນເກີດໄຟໄໝ້.

ເບື້ອງຕົ້ນຄາດວ່າ ນັກບິນພະຍາຍາມຈະນຳເອົາເຮືອບິນລົງຈອດ ຍ້ອນເຮືອບິນເກີດບັນຫາຂັດຂ້ອງ ຈຶ່ງໄດ້ຕັດສິນໃຈເອົາລົງຈອດເທິງຫົນທາງ, ນັກບິນ ແລະ

ຜູ້ໂດຍສານໜຶ່ງຄົນ ລອດຊີວິດ ແລ້ວໜີອອກມາຈາກເຮືອບິນໃນຂະນະທີ່ເກີດໄຟໄໝ້ໄດ້ ແລະ ບໍ່ໄດ້ຮັບບາດເຈັບແຕ່ຢ່າງໃດ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button