ດ່ວນ! ແຈ້ງໃຫ້ທຸກຄົນ ທີ່ ຖືກ ເຈ້ທີບຕົວະ ໄປ ແຈ້ງຄວາມ ຕໍ່ເຈົ້າຫນ້າທີ່

ຄໍາແນະນໍາຂອງຫົວຫນ້າກົມຕໍາຫຼວດເສດຖະກິດ ເຖິງ: ພະແນກຕໍາຫຼວດເສດຖະກິດ ຫ້ອງຕໍາຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງ-ແຂວງ ໃນທົ່ວປະເທດ.

ເລື່ອງ: ການຮັບຄໍາຮ້ອງຟ້ອງ ຫຼື ແຈ້ງຄວາມຂອງຜູ້ຖືກເສຍຫາຍຈາກນາງ ພອນທິບ ໄຊປັນຍາ ( ກ່ຽວໄດ້ລົງໂຄສະນາທາງໂຊຊ່ຽວວ່າ: ຮັບເງິນຝາກດອກເບ້ຍສູງ ).

ເພື່ອຄວາມເປັນເອກະພາບ ໃນການແບ່ງຂັ້ນການດໍາເນີນຄະດີໃຫ້ເຫມາະສົມ, ຮັບປະກັນທາງດ້ານຫຼັກການວິຊາ ສະເພາະຖືກຕ້ອງຕາມກົດຫມາຍ ແລະ ປັດສະຈາກຄວາມຮັບຜິດຊອບໃຫ້ອົງການສືບສວນ-ສອບສວນອື່ນ

ດັ່ງນັ້ນ, ກົມ ຕໍາຫຼວດເສດຖະກິດ ຈຶ່ງອອກຄໍາແນະນໍາໃຫ້ ພະແນກຕໍາຫຼວດເສດຖະກິດ ຫົວຫນ້າຫ້ອງຕໍາຫຼວດ ກອງບັນຊາການ ປກສ ນະຄອນຫຼວງ-ແຂວງ ໃນທົ່ວປະເທດ ດັ່ງນີ້:

1. ໃຫ້ຮັບແຈ້ງຄວາມ ຫຼື ຄໍາຮ້ອງຟ້ອງຂອງຜູ້ຖືກເສຍຫາຍຈາກນາງ ພອນທິບ ໄຊປັນຍາ,

2. ໃຫ້ບັນທຶກຄໍາໃຫ້ການ ແລະ ເກັບກໍາຂໍ້ມູນຫຼັກຖານທີ່ກ່ຽວກັບຄະດີດັ່ງກ່າວ.

3. ກໍານົດເວລາ 01 ເດືອນ ນັບແຕ່ມື້ລົງລາຍເຊັນຄໍາສັ່ງແນະນໍາສະບັບນີ້ເປັນຕົ້ນໄປ ແມ່ນໃຫ້ສັງລວມ-ຈັດບັນດາ ເອກະສານ ແລະ ຂໍ້ມູນຫຼັກຖານ ພ້ອມດ້ວຍສະໂນດນໍາສົ່ງໃຫ້ກົມຕໍາຫຼວດ ເສດຖະກິດ ເພື່ອໂຮມສໍານວນຄະດີຢູ່ບ່ອນດຽວ

ດັ່ງນັ້ນ, ກົມຕໍາຫຼວດເສດຖະກິດ ຈຶ່ງເຮັດຄໍາແນະນໍາສະບັບນີ້ ເຖິງພະແນກຕໍາຫຼວດເສດຖະກິດ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງ-ແຂວງ ໃນທົ່ວປະເທດ ຈົ່ງຮັບຊາບ ແລະ ນໍາໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດດ້ວຍ.

ໃນນັ້ນ, ກອງບັນຊາການ ປກສ ເມືອງເຊໂປນ ຂໍຖືເປັນກຽດແຈ້ງເຖິງ ປະຊາຊົນລາວບັນດາເຜົາ,ພະນັກ ງານ,ທະຫານ,ຕຳຫຼວດ,ນັກທຸລະກິດ,ຊາວຕ່າງປະເທດ ທີ່ອາໃສແລະດຳລົງຊີວິດຢູ່ພາຍໃນເມືອງເຊໂປນ ຊາບດັ່ງນີ້:

ຖ້າວ່າທ່ານຫາກໄດ້ນຳເງິນໄປຝາກໃວ້ນຳ ນາງ ພອນທິບ ໄຊປັນຍາ ຫຼື ເຈ້ທິບ ແມ່ນໃຫ້ນຳເອົາຫຼັກຖານການມອບຈ່າຍເງິນ,ສຳເນົາບັດປະຈຳຕົວຫຼືປື້ມສຳມະໂນຄົວ

ເຂົ້າມາແຈ້ງຕ່ໍພະນັກງານວິຊາສະເພາະ ໜ່ວຍງານເສດຖະກິດ, ພະແນກຕຳຫຼວດ, ປກສ ເມືອງເຊໂປນ ໃນໂມງລັດຖະການ ນັບແຕ່ມື້ນີ້ເປັນຕົ້ນໄປ…

ໃນນັ້ນ, ສະຫວັນນະເຂດກໍ່ໄດ້ ອອກຄຳສັ່ງເພີ່ມເຕີມ ຂອງກອງບັນຊາການ ປກສ ແຂວງ ໃຫ້ພໍ່ແມ່ປະຊາຊົນ ຢູ່ແຂວງສະຫວັນນະເຂດ ໂດຍສະເພາະຜູ້ທີ່ຖືກເຈ້ທີບຕົວະເງີນ ໃຫ້ໄປແຈ້ງຄວາມ ຫລື ໃຫ້ການໃຫ້ເຈົ້າຫນ້າທີ່ກ່ຽວຂ້ອງ

ຊ່ວຍແຊໃຫ້ທົ່ວເຖິງກັນ ຂໍອະນຸຍາດແທກເດີ ຂອບໃຈ

Leave a Reply

Your email address will not be published. Required fields are marked *

Back to top button