ແຈ້ງເຕືອນໄພ ຈະມີການປ່ອຍນ້ຳຈາກອ່າງເກັບນ້ຳທີ່ເຂື່ອນໄຟຟ້າ

ແຈ້ງເຕືອນໄພ ລະດັບນ້ໍາເຊກອງ ເເຕ່ວັນທີ 8-11 ສິງຫາ 2022 ໃນລະຫວ່າງຄໍ່າຄືນຂອງວັນທີ 8-11 ສິງຫາ 2022 ລະດັບນ້ໍາເຊກອງຈະມີປະລິມານເພີ່ມຈາກລະດັບ ປົກະຕິຢ່າງກະທັນຫັນ,

ເນື່ອງຈາກວ່າ ທາງບໍລິສັດ ຫຸ້ນສ່ວນເຂື່ອນໄຟຟ້ານ້ໍາຕົກພາກກາງ(ອາເລື້ອຍ) ປະເທດ ສ.ສ ຫວຽດນາມ ຈະໄດ້ປ່ອຍນ້ໍາອອກຈາກອ່າງເກັບນ້ໍາຂອງເຂື່ອນໄຟຟ້າໃນບໍລິມາດ 100-500 ແມັດກ້ອນຕໍ່ວິນາທີ,

ລະດັບນໍ້າເຊກອງເວລາ: 07:00 ໂມງ ຂອງວັນທີ 8 ສິງຫາ 2022 ແທກໄດ້: 2,14 ແມັດ ແລະ ຄາດຄະເນວ່າ ລະດັບນ້ໍາ-ນ້ໍາເຊກອງຈະມີປະລິມານສູງຂຶ້ນເຖິງ: 5,50-6,50 ແມັດ; (ລະດັບນ້ໍາເຂດເຕືອນໄພ: 17,50 ແມັດ, ເຂດ ອັນຕະລາຍ: 18,50 ແມັດ).

ດັ່ງນັ້ນ, ຈິ່ງຂໍແຈ້ງເຕືອນເຖິງ ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນອ້ອມຂ້າງແຂວງ ແລະ 4 ຕົວເມືອງ, ຕະຫຼອດຮອດພໍ່ຄ້າ-ຊາວຂາຍ, ຫົວຫນ່ວຍທຸລະກິດທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າທີ່ຕັ້ງ ຖິ່ນຖານ ຫຼື

ທໍາມາຫາກິນຢູ່ລຽບຕາມແຄມແມ່ນ້ໍາເຊກອງ ແລະ ບັນດາສາຂາ ຈົ່ງມີສະຕິ-ລະມັດລະວັງ ຈາກສະພາບ ການດັ່ງກ່າວທີ່ອາດຈະເກີດຂຶ້ນ,

ພ້ອມນີ້ກໍ່ໃຫ້ຕິດຕາມຂ່າວສະພາບອາກາດ ແລະ ນ້ໍາຈາກພະແນກຊັບພະຍາກອນ ທໍາ ມະຊາດ ແລະ ສິ່ ງແວດລ້ອມ (ຂະແຫນງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ) ໂດຍອອກຂ່າວທາງວິທະຍຸ ແລະ ໂທລະພາບຂອງແຂວງເປັນປະຈໍາ.

ຂໍ້ມູນຈາກ: ເຊກອງວັນນີ້ Sekong today

Leave a Reply

Your email address will not be published. Required fields are marked *

Back to top button