ເຫດຟ້າຜ່າລົງແທັງເກັບນ້ຳມັນ ເຮັດໃຫ້ເກີດລະເບີດ ເສຍຊີວິດ1ຄົນ.

ຟ້າຝ່າລົງແທງເກັບນໍ້າມັນໃນຄິວບາ ເຮັດໃຫ້ເກີດລະເບີດ 4 ແທງ ເສຍຊີວິດ 1 ຄົນ, ບາດເຈັບ 121 ຄົນ ແລະນັກດັບເພີງສູນຫາຍ 17 ຄົນ

ໃນວັນທີ 7 ສິງຫາ 2022 AFP ລາຍງານວ່າ: ໄດ້ເກີດເຫດຟ້າຝ່າລົງໃສ່ຄັງນໍ້າມັນຂະໜາດໃຫ່ຍ ໃນແຂວງມາຕັນຊັສ ປະເທດຄິວບາ ໃນຄໍ່າຄືນວັນສຸກທີ່ 5 ສິງຫາ 2022 ເບື້ອງຕົ້ນມີຜູ້ເສຍຊີວິດຢ່າງນ້ອຍ 1 ຄົນ, ບາດເຈັບ 121 ຄົນ

ໃນນີອາການສາຫັດ 5 ຄົນ, ສູນຫາຍ 17 ຄົນເປັນເຈົ້າໜ້າທີ່ດັບເພີງ ທາງການຕ້ອງປະກາດອົບພະຍົບປະຊາຊົນ 1,900 ຄົນໃນພື້ນທີ່ໃກ້ຄຽງເນືື່ອງຈາກໄຟໄດ້ລຸກລາມໄປຍັງຄັງເກັບນໍ້າມັນທີສອງແລ້ວ

ສະຫະພາບນໍ້າມັນຄິວບາເປີດເຜີຍວ່າ: ຄັງນໍ້າມັນທີ່ຖືກຟ້າຝ່ານັ້ນບັນຈຸນໍ້າມັນຂະໜາດ 26,000 ລູກບາດແມັດ ແລະມີນໍ້າມັນດິບຢູ່ໃນຄັງເຄິ່ງໜື່ງສ່ວນຄັງນໍ້າມັນທີ່ສອງບັນຈຸນໍ້າມັນ 52,000 ລູກບາດແມັດ.

,,

ຊົມຄລີບ 1

ຊົມຄລີບ 2

Leave a Reply

Your email address will not be published. Required fields are marked *

Back to top button