ລະວັງ ນໍ້າຖ້ວມຂັງ !!! ພະຍາກອນອາກາດ ແຕ່ລະແຂວງ ປະຈຳວັນທີ 08-09 ສິງຫາ 2022

ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພາດຜ່ານຢູ່ເຂດພາກເໜືອ, ປ່ອງໃສ່ຄວາມກົດດັນອາກາດຕໍ່າທີ່ມີກຳລັງແຮງເພີ້ມຂື້ນຢູ່ເຂດທະເລຈີນໃຕ້, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ

, ຊຶ່ງຈະເຮັດໃຫ້ຍັງມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນຢູ່ແຂວງພາກເໜືອດ້ານຕາເວັນອອກລົງ ຫາ ພາກກາງ ແລະ ພາກໃຕ້.

ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 08/08/2022 ຫາ ເວລາ 07 ໂມງຂອງວັນທີ 09/08/2022

ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກ ໜັກ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 20 – 29 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາປານກາງ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 21 – 30 ອົງສາ.

ນະຄອນຫຼວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ຢູ່ບາງບໍລິເວນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 70%. ອຸນຫະພູມໃນລະຫວ່າງ 26 – 30 ອົງສາ.

ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ແລະ ປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 22 – 31 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງ ຢູ່ບາງບໍລິເວນ ຫຼື ເນື້ອທີການ ປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 16 – 25 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ແລະ ຕົກປານກາງ ຫາ ໜັກ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ. ອຸນຫະພູມໃນລະຫວ່າງ 24 –30 ອົງສາ.

ສຳລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼືເນຶ້ອທີການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 17 – 24 ອົງສາ.

Leave a Reply

Your email address will not be published. Required fields are marked *

Back to top button