ເຝົ້າລະວັງ.. ອຸຕຸ ປະຊຸມປຶກສາຫາລື ທາງ ຮັບມື ພາຍຸໝູນເຂດຮອດ ວັນທີ 8-13 ສິງຫາ 2022 ນີ້

ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ ແຈ້ງ​ເຕືອນ ເຝົ້າ​ລະ​ວັງ ພາ​ຍຸ​ໝູນ​ເຂດ​ຮ້ອນ ເຖິງ​ປະ​ຊາ​ຊົນບັນ​ດາ​ເຜົ່າ ແຂວງ​ພາກ​ເໜືອ ແລະ ພາກ​ກາງ ທີ່​ກຳ​ລັງ​ກໍ່​ຕົວ​ຢູ່ ເຂດ​ທະ​ເລ​ຈີນ​ໃຕ້​ຕອນ​ກາງ ແລະ ຈະ​ເຄື່ອນ​ທີ່​ຂື້ນ​ຝັ່ງ​ພາກ​ກາງ​ ຂອງ​ປະ​ເທດ​ຫວຽດ​ນາມ ແລະ ເຂົ້າສູ່ລາວ.

ໄລຍະວັນ​ທີ 8 – 13 ຫາ ທ້າຍເດືອນ ສິງຫາ 2022 ຮ່ອງຄວາມກົດດັນອາກາດຕໍ່າ ຈະພາດຜ່ານ ພາກເໜືອ ລົງຫາ ພາກກາງ ປ່ອງໃສ່ລົມພາຍຸໝຸນເຂດຮ້ອນ ເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນເທິງ ແລະ ມີທ່າອ່ຽງຈະເຄື່ອນທີ່ຂຶ້ນຝັ່ງທາງພາກເໜືອປະເທດຫວຽດນາມ

ພ້ອມດຽວກັນກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ດ້ວຍກຳລັງປານກາງ ຫາ ແຮງ, ຊຶ່ງຈະເຮັດໃຫ້ມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກ້ວາງ ແລະ ຕົກໜັກ ຫາ ຕົກໜັກຫຼາຍຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ແລະ ພາກກາງ.

ຄຳ​ເຕືອນ​ເພື່ອ​ເຝົ້າ​ລະ​ວັງ.ໃນໄລຍະເດືອນ ສິງຫາ ຫາ ຕົ້ນເດືອນ ຕຸລາ 2022 ແມ່ນໄລຍະທີ່ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງແຮງ ພ້ອມດຽວກັນ ພາຍຸໝຸນເຂດຮ້ອນຈະເຄື່ອນທີ່ຢູ່ເຂດທະເລຈີນໃຕ້

ຊຶ່ງຈະສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ແລະ ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ຊຶ່ງຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊູ ແລະ ນໍ້າຖ້ວມຍື່ງ ເກີດຂຶ້ນຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນ ຄວນມີສະຕິ ລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບອາກາດຮ້າຍແຮງດັ່ງກ່າວ.

ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢ່າງເປັນປະຈຳ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button