ດ່ວນ!.. ເຫດໂຈນດືງສາຍຄໍ ຢູ່ຮ້ານຂາຍເຄື່ອງ ຫລັງຫໍພັກຊີເກມ
🔈 ຈາກຜູ້ໃຊ້ FB ທີ່ມີຊື່ວ່າ Mai Duangphachanh ໄດ້Postເຫດການດືງສາຍຄໍວ່າ:
ໄດ້ເກີດເຫດຄົນຮ້າຍມາດືງສາຍຄໍຕົນເອງ ໃນຂະນະທີ່ຜູ້ກ່ຽວໄປຊື້ເຄື່ອງຢູ່ຮ້ານເຂດ 3 ແຍກ ຫໍພັກຊີເກມ ເຂດດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ.
ຄົນຮ້າຍໃສ່ເສື້ອລາຍດອກ ໃສ່ຜ້າອັດປາກໄດ້ເຂົ້າມາດ້ານຫລັງໂດຍ ຜູ້ເສຍຫາຍຍັງ ບໍ່ທັນໄດ້ລະວັງຕົວ ຫລັງຈາກດືງສາຍຄໍໄດ້ແລ້ວ ຄົນຮ້າຍໄດ້ຂັບຂີ່ລົດຈັກເວບ 100 ຫນີໄປ.
ເຊີ່ງສາຍຄໍທີຄົນຮ້າຍດືງໄປໄດ້ພຽງຫນ້ອຍດຽວ ສ່ວນທີ່ເຫລືອງຂາດແລ້ວຕົກຢູ່ບໍລິເວນເກີດເຫດ ເຫດການທີ່ເກີດຂື້ນກ້ອງວົງຈອນປິດ ຢູ່ຮ້ານສາມາດບັນທືກໄດ້
ສະນັ້ນ ຂໍໃຫ້ທຸກທ່ານຈົ່ງມີສະຕິຮັກສາຊັບສິນຂອງຕົນເອງໃຫ້ດີ
ຊົມຄລີບ
ຂໍ້ມູນ:Mai Duangphachanh