ປັດໄຈ ແລະ​ ສາຍເຫດ​ ທີ່ເຮັດໃຫ້ອັດຕາເງິນເຟີ້ເດືອນກໍລະກົດ ເພີ່ມຂຶ້ນ​ສູງ

​​2​ ປັດໄຈ ແລະ​ ສາຍເຫດ​ ທີ່ເຮັດໃຫ້ອັດຕາເງິນເຟີ້ເດືອນກໍລະກົດ ເພີ່ມຂຶ້ນ​ສູງເຖິງ​ 25,6%

ຈາກຂໍ້ມູນຂອງສູນສະຖິຕິແຫ່ງຊາດລາຍງານ ອັດຕາເງິນເຟີ້ລວມເດືອນກໍລະກົດ 2022 ທຽບ ປີຕໍ່ປີ ຫຼື​ ທຽບກັບເດືອນດຽວກັນຂອງປີຜ່ານມາສູງຂຶ້ນ 25,6% (ເດືອນມີຖຸນາ 2022 ແມ່ນ 23,6%).​

ປັດໄຈ ແລະ​ ສາຍເຫດຂອງອັດຕາເງິນເຟີ້ ເດືອນກໍລະກົດ 2022 ເພີ່ມສູງຂຶ້ນແມ່ນມາຈາກປັດໄຈດັ່ງນີ້:

1.​ ສາເຫດຕົ້ນຕໍຂອງການເພີ່ມຂຶ້ນຂອງລາຄາແມ່ນມາຈາກ,ໜື່ງ ການອ່ອນຄ່າຂອງເງິນກີບທຽບໃສ່ເງິນຕາຕ່າງປະເທດຍັງສືບຕໍ່ເໜັງຕີງມາຮອດປະຈຸບັນ ສົ່ງຜົນໃຫ້ລາຄາສິນຄ້າປະເພດນຳເຂົ້າຖີບໂຕສູງຂຶ້ນ, ສອງລາຄານໍ້າມັນເຊື່ອໄຟ

ແມ່ນຍັງມີການເໜັງຕີງເພີ່ມສູງຂຶ້ນ ເຖິງແມ່ນວ່າຈະເພີ່ມຂຶ້ນຕໍ່າກວ່າເດືອນຜ່ານມາ ແຕ່ກໍ່ຍັງກະທົບໃສ່ຄ່າຄອງຊີບເພີ່ມຂຶ້ນສູງ ແລະ ເຮັດໃຫ້ໝວດສິນຄ້າອື່ນໆເພີ່ມຂຶ້ນຍ້ອນຕົ້ນທຶນການຜະລິດສິນຄ້າ​ ແລະ ບໍລິການ.​

2.​ ນອກຈາກນັ້ນ, ຍັງແມ່ນສາເຫດຂອງລະດູການ ຊຶ່ງໃນເດືອນກໍລະກົດເປັນໄລຍະລະດູຝົນເຮັດໃຫ້ຜົນຜະລິດກະສິກໍາ, ພືດຜັກສະໜອງບໍ່ພຽງພໍ ເປັນປັດໃຈໜຶ່ງໃຫ້ລາຄາໝວດສະບຽງອາຫານເໜັງຕີງໃນເດືອນນັ້ນ,​

ການເພີ່ມຂຶ້ນລາຄານໍ້າມັນ ແລະ ການອ່ອນຄ່າຂອງເງິນກີບ ຍັງເປັນປັດໃຈກະທົບທາງອ້ອມໃຫ້ສິນຄ້າ

ປະເພດອື່ນໆ (ລວມທັງສິນຄ້າບໍ່ໄດ້ນຳເຂົ້າ) ເພີ່ມສູງຂຶ້ນ; ໂດຍລວມແລ້ວຜົນກະທົບທາງອ້ອມຈະສົ່ງຜົນໃນສິນຄ້າປະເພດອື່ນໆເໜັງຕີງໃນໄລຍະຍາວ 2-3 ເດືອນ.

ທີ່ມາ: Fm90

Leave a Reply

Your email address will not be published. Required fields are marked *

Back to top button