ພໍ່-ແມ່ ໝໍລໍາອິນແຕງ ຊີ້ແຈງວ່າ ເລື່ອງເງິນ 300 ລ້ານ ບໍ່ແມ່ນແຮງຈູງໃຈຫຼັກ ແຕ່ສາເຫດຄື..

ພໍ່-ແມ່ ໝໍລໍາອິນແຕງ ຊີ້ແຈງການຈົບຊີວິດ ຂອງໝໍລໍາອິນແຕງ ວ່າເລື່ອງເງິນ 300 ລ້ານ ບໍ່ແມ່ນແຮງຈູງໃຈຫຼັກ ໃນເຫດການຄັ້ງນີ້

ຕາມການລາຍງານຂອງເພຈ ນ້ອງນາ ພາທົວ ໂດຍການໃຫ້ສໍາພາດຂອງພໍ່ບຸນທອງ ແກ້ວບົວລາ ແລະ ແມ່ເພງ ແກ້ວບົວລາ ເຊິ່ງເປັນພໍ່-ແມ່ ຂອງໝໍລໍາ ອິນແຕງ ເມື່ອບໍ່ດົນທີ່ຜ່ານມາວ່າ: ໝໍລໍາອິນແຕງ ເປັນເສົາຫຼັກທີ່ຫາລ້ຽງຄອບຄົວ

ຜ່ານມາແມ່ນບໍ່ເຄີຍມີການຜິດຖຽງກັນ ຫຼື ເກີດຄວາມເສຍໃຈກັນມາກ່ອນ; ເບື້ອງຕົ້ນ ເງິນຈໍານວນ 300 ລ້ານ ເຊິ່ງໄດ້ໃຫ້ນາງອິນແຕງ ເປັນຄົນເອົາໄປຝາກທະນາຄານ, ໃນແຕ່ ລະປີ ຈະຖອນເງິນອອກມາເພື່ອໃຊ້ຈ່າຍ ໃນການປັບປຸງວົງໝໍລໍາ ເຊິ່ງຕ້ອງໃຊ້ເງິນປະມານ 70-80 ລ້ານ,

ນາງອິນແຕງຕອບພໍ່ວ່າ “ຝາກເງິນເດືອນເກົ້າ ຮອດເດືອນເກົ້າຍັງໄດ້ຖອນຕີ…ພໍ່…”, ຈາກນັ້ນ ຜູ້ເປັນພໍ່ ເລີຍໄປເປີດເບິ່ງບັນຊີ ເພາະບັນຊີແມ່ນຢູ່ນໍາພໍ່ ແຕ່ໃນບັນຊີແມ່ນຝາກເດືອນເຈັດ, ພໍ່ຈຶ່ງຕອບວ່າ “…ເປີດເດືອນເຈັດ ກໍໄປເອົາເດືອນເຈັດຕີ…”;

ຫຼັງຈາກນັ້ນ ກ່ອນເກີດເຫດ ນາງອິນແຕງ ໄດ້ອອກຈາກເຮືອນໄປສອງມື້ ພາຍຫຼັງກັບມາຜູ້ກ່ຽວຕອບພໍ່ວ່າ “ບໍ່ໄດ້ໄປທາງໃດ, ບໍ່ໄດ້ໄປນອນໂຮງແຮມ ຫຼື ເຮືອນຂອງໃຜ, ລູກໄປນັ່ງຢູ່ຕະຫຼາດດາວເຮືອງ…”

ຕາມການສໍາພາດ ແມ່ນຜູ້ກ່ຽວໄດ້ໄປທວງໜີ້ ກ່ອນທີ່ຈະຕອບພໍ່ວ່າ “…ຄືຊິບໍ່ໄດ້ຄືນແລ້ວເງິນ…ເຂົາຄືຊິບໍ່ໃຫ້ເຮົາແລ້ວ…” ເຊິ່ງເງິນຈໍານວນນີ້ ແມ່ນເງິນຈໍານວນ 300 ລ້ານ ທີ່ໃຫ້ນາງອິນແຕງເອົາໄປຟາກທະນາຄານ ແຕ່ຜູ້ກ່ຽວເອົາອອກມາໃຫ້ບຸກຄົນໃດ ແມ່ນບໍ່ສາມາດຮູ້ໄດ້.

ຕາມການໃຫ້ສໍາພາດຂອງພໍ່ບຸນທອງ ແກ້ວບົວລາ ຍັງກ່າວອິກວ່າ: ຈາກຄໍາສັ່ງເສຍຂອງ ນາງອິນແຕງ ແມ່ນມີສອງຢ່າງຄື:

1 “ຂ້ອຍບໍ່ສາມາດໃຊໜີ້ໄດ້ແລ້ວ”

2 “ຖ້າຜູ້ໃດເປັນໜີ້ ໃຫ້ມາທົດແທນພໍ່ແມ່ຂ້ອຍຄືນໝົດເດີ…” ແລະ ໃນຄວາມຄິດຂອງພໍ່ບຸນທອງເອງ ສາເຫດທີ່ນາງອິນແຕງຕັດສິນໃຈຈົບຊີວິດ ແມ່ນມີເຈົ້າໜີ້ມາຂົ່ມຂູ່

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button