ຕຳແລ້ວຫນີຄູ່ກໍລະນີເສຍຊີວິດ. ເບື້ອງຕົ້ນບໍ່ຍອມຮັບ ວ່າແມ່ນຕົນເອງຕຳ ສຸດທ້າຍ ຖືກລົງໂທດ ເພີ່ມ​ຫນັກຂື້ນ

ໃນວັນທີ 3 ສິງຫາ 2022 ຜ່ານມານີ້ ພະແນກຕໍາຫຼວດຈະລະຈອນ ປກສ ແຂວງວຽງຈັນ ສາມາດນຳຈັບຕົວ ທ້າວ ນົກ ຜູ້ຂັບລົດໃຫຍ່ຕຳລົດຈັກ ເຮັດໃຫ້ມີຜູ້ເສຍຊີວິດ ແລ້ວເອົາຕົວຫລົບຫນີ.

ເຈົ້າຫນ້າທີ່ ໃຫ້ຮູ້ວ່າ: ເຫດການເກີດໃນເວລາ 20 ໂມງ 30 ນາທີ ຂອງວັນທີ 10 ກໍລະກົດ 2022 ບ້ານໂນນສະຫວ່າງ ເມືອງວຽງຄຳ;ຜ່ານການລົງກວດກາ, ເກັບກໍາຂໍ້ມູນພົບເຫັນວັດຖຸ ສີ້ນສ່ວນການເປ່ເພຂອງລົດໃຫຍ່ທີ່ຕົກເຮ່ຍ ແລະ

ຄົນເສຍຊີວິດ 1 ຄົນຊື່ ທ້າວ ແຫຼ້ ອາຍຸ 47 ປີ ບ້ານສ້າງໃຫ່ຍ ເມືອງໂພນໂຮງ ສ່ວນຜູ່ຂັບຂີ່ລົດໃຫຍ່ແມ່ນໄດ້ເອົາຕົວຫຼົບໜີ.

ເຈົ້າໜ້າທີ່ ຈຶ່ງເກັບກໍາຂໍ້ມູນເອົາຄໍາໃຫ້ການຈາກບັນດາພະຍານຜູ້ທີ່ຮູ້ເຫັນເຫດການ, ຈິ່ງສາມາດໄດ້ພົບເຫັນລົດໃຫຍ່ຄັນທີ່ເປັນເປົ້າໝາຍທີ່ເກີດອຸບັດຕິເຫດ ຢູ່ບ້ານຫ້ວຍປຸ່ງ ເມືອງໂພນໂຮງ

ຕົກມາຮອດວັນທີ 22 ກໍລະກົດ 2022 ໄດ້ກວດກາລົດກະບະ ແມ່ນອອກຊື່ ຄົນຫນຶ່ງຢູ່ ບ້ານໜອງພະຍາ ເມືອງໄຊທານີ ນວ; ເຊິ່ງທ້າວ ນົກ ເປັນຜູ້ຂັບຂີ່ໃນມື້ເກີດເຫດ ໃນເບື້ອງຕົ້ນຜູ້ກ່ຽວບໍ່ຍອມຮັບ.

ຈາກນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ກວດກາຮ່ອງຮອຍການເປ່ເພຂອງລົດຄັນດັ່ງກ່າວ ແລ້ວສົມທຽບກັບວັດຖຸສີ້ນສ່ວນທີ່ຕົກເຮ່ຍຢູ່ໃນສະຖານທີ່ເກີດໃນທີ່ສຸດ ກໍມີຫລັກຖານຮັດກຸມ ແລະ ທ້າວ ນົກ ຈິ່ງສາລະພາບຍອມຮັບເປັນຜູ້ຂັບລົດຕຳຄົນເສຍຊີວິດ ແລ້ວຫລົບຫນີ.

ສຸດທ້າຍທັງສານຈື່ງໄດ້ລົງໂທດ ທ້າວນົກ ຕາມກົດຫມາຍ ໃນຖານ ຕຳແລ້ວຫນີ ເປັນການເຈຕະນາ ແລະ ສານໄດ້ເພີ່ມໂທດ ໂດຍບໍ່ໃຫ້ການຮ່ວມມືໃນເບື້ອງຕົ້ນ.​

ສະ​ນັ້ນ,​ເຕືອນມາຍັງຜູ້ຂັບຂີ່ຈົ່ງຮ່ວມມືຕໍ່ການຂັບຂີ່ ຖ້າກໍລະນີເກີດອຸປະຕິເຫດແລ້ວ ຢ່າຫວັງຈະຫນີຫລືຢ່າລົບຫນີ.​

Leave a Reply

Your email address will not be published. Required fields are marked *

Back to top button