ຖ້າທຸກຄົນຍັງເມີນເສີຍ ປະຫມາດ ຈະມີຜູ້ຕິດເຊື້ອເຖິງຫລັກ 1000 ຄົນຕໍ່ວັນໃນອະນາຄົດອັນໃກ້ນີ້

ດຣ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໂດຍໄດ້ຮັບການມອບໝາຍ ຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ໄດ້ລາຍງານໃຫ້ຊາບວ່າ:

ມື້ວານນີ້ ວັນທີ 29 ຕຸລາ ແມ່ນມື້ໜຶ່ງທີ່ໄດ້ເກັບຕົວຢ່າງມາກວດຫຼາຍທີ່ສຸດ ນັບແຕ່ມີການຕິດເຊື້ອໃນປະເທດເຮົາ ເກືອບ 7200 ຕົວຢ່າງ ແລະ ຄົ້ນພົບວ່າມີການຕິດເຊື້ອສູງກວ່າໝູ່ໃນປະຫວັດການຕິດເຊື້ອຂອງປະຊາຊົນລາວ ຊຶ່ງມີເຖິງ 863 ຄົນໃນວັນດຽວ. ສະພາບການຕິດເຊື້ອ ບໍ່ໄດ້ມີສະເພາະແຕ່ຢູ່ເຂດເມືອງ ຫຼື ເຂດທີ່ມີປະຊາຊົນຫຼາຍ,

ພວກເຮົາພົບວ່າ ເຂດຊານເມືອງ ຫຼື ເມືອງຫ່າງໄກ ກໍ່່ມີລາຍງານຕິດເຊື້ອແລ້ວ. ການຕິດເຊື້ອສວ່ນໃຫຍ່ ຍັງແມ່ນກຸ່ມ ກໍາມະກອນໂຮງງານ, ແມ່ຄ້າຕະຫຼາດ, ພະນັກງານ, ຄູ, ນັກຮຽນ ແລະ ປະຊາຊົນທົ່ວໄປ ທີ່ມີການລາຍງານຕໍ່ເນື່ອງທຸກວັນ. ພິເສດ ການຕິດເຊື້ອໃນກຸ່ມຄົນຂັບລົດຂົນສົ່ງສິນຄ້າທາງໄກ ໄປຈຸດຊາຍແດນ ແລະ ໄປແຕ່ລະເມືອງ ແມ່ນພົ້ນເດັ່ນທີ່ສຸດ

ສໍາລັບຕົວເລກຕິດເຊື້ອຂອງມື້ວານນີ້. ຄະນະສະເພາະກິດ ໄດ້ລາຍງານຕິດເຊື້ອໜ້ອຍ ຫຼື ຫຼາຍ ແຕກຕ່າງກັນໄປແຕ່ລະວັນ ແຕ່ພາບລວມແລ້ວ ປະເທດເຮົາຍັງຢູ່ໃນເກນຕິດເຊື້ອສູງມາໄດ້ຫຼາຍເດືອນ ແລະ ຍັງບໍ່ມີທ່າອ່ຽງຫຼຸດລົງເລີຍ. ມາດຕະການຕ່າງໆ ທີ່ປະຕິບັດຢູ່ໃນຂະນະນີ້ ພຽງແຕ່ເປັນການຢັບຢັ້ງ ບໍ່ໃຫ້ມີການແຜ່ເຊື້ອໄປຫຼາຍກວ່ານີ້

ແຕ່ຖ້າຢາກໃຫ້ຈໍານວນຄົນຕິດເຊື້ອຫຼຸດລົງນັ້ນ ແມ່ນທຸກຄົນ ຕ້ອງພ້ອມໃຈກັນ ປະຕິບັດມາດຕະການປ້ອງກັນຕົນເອງ ແລະ ຄອບຄົວໃຫ້ດີທີ່ສຸດ ເພື່ອຫຼີກລ່ຽງການຕິດເຊື້ອ ທີ່ປະຈຸບັນໄດ້ກະຈາຍໄປຢ່າງກວ້າງຂວາງ. ນີ້ແມ່ນມາດຕະການດຽວ ທີ່ພັກ ແລະ ລັດຖະບານບໍ່ສາມາດບັງຄັບທຸກຄົນໄດ້ ແຕ່ຂຶ້ນກັບຄວາມຕື່ນຕົວຂອງແຕ່ລະຄົນ.

ຖ້າທຸກຄົນໃສ່ຜ້າປິດປາດດັງ, ລ້າງມືເລື້ອຍໆ, ຢູ່ຫ່າງກັນ, ງົດການໄປມາຫາສູ່ ກິນເຂົ້າຮ່ວມກັນ ເພາະການກິນຮ່ວມກັນນັ້ນ ທຸກຄົນບໍ່ສາມາດປິດປາກດັງໄດ້ ແລະ ທ່ານກໍ່ຕົກຢູ່ໃນຄວາມສ່ຽງແລ້ວ.

ຖ້າທຸກຄົນເຮັດໄດ້ ການຕິດເຊື້ອຈະຄ່ອຍຫຼຸດລົງຕາມລໍາດັບ. ກົງກັນຂ້າມ ຖ້າມີບາງຄົນເຮັດຈິງຈັງເຂັ້ມງວດ ແຕ່ຫຼາຍຄົນຍັງເມີນເສີຍ ແບບນີ້ພວກເຮົາຈະບໍ່ສາມາດຄວບຄຸມການລະບາດໄດ້ ແລະ ເປັນໄປໄດ້ທີ່ປະເທດເຮົາຈະມີຜູ້ຕິດເຊື້ອເຖິງພັນຄົນຕໍ່ວັນໃນອະນາຄົດອັນໃກ້ນີ້.

ພວກເຮົາບໍ່ຢາກໄປເຖິງຈຸດນັ້ນ ສະນັ້ນ ເຖິງເວລາແລ້ວ ທີ່ທຸກຄົນຕ້ອງຕັ້ງໃຈໃໝ່ອີກຄັ້ງ ແລະ ເລີ່ມປະຕິບັດລະບຽບຕໍ່ຕົນເອງຢ່າງເຂັ້ມງວດທີ່ສຸດ.

Leave a Reply

Your email address will not be published. Required fields are marked *

Back to top button