ຈີນປະກາດຊ້ອມຮົບອ້ອມເກາະໄຕ້ຫວັນ ຫລັງ ນາງ ແນນຊີ ເພໂລຊີ ປະທານສະພາອາເມຣິກາ ຢ້ຽມຢາມ ໄຕ້ຫວັນ

ຈີນປະກາດຊ້ອມຮົບອ້ອມເກາະໄຕ້ຫວັນ ພາຍຫຼັງການຢ້ຽມຢາມຂອງ ນາງ ແນນຊີ ເພໂລຊີ ປະທານສະພາອາເມຣິກາ.

ຕາມການລາຍງານຂອງ ສຳນັກຂ່າວ ຊິນຫົວ ຂອງຈີນ ໄດ້ລາຍງານວ່າ ຕັ້ງແຕ່ເວລາ 12ໂມງ ຂອງວັນທີ 4 ສິງຫາ 2022 (ຕາມເວລາກຸງປັກກິ່ງ) ຮອດເວລາ 12 ໂມງຂອງວັນທີ 7 ສິງຫາ 2022 ກອງທັບປະຊາຊົນຈີນ ຈະເຝິກຊ້ອມທາງທະຫານ ແລະ

ກິດຈະກຳການເຝິກທີ່ສຳຄັນ ເຊິ່ງລວມເຖິງການຊ້ອມຍິງດ້ວຍລູກປືນແທ້ໃນ 6 ເຂດ ທັງໃນເຂດທະເລ ແລະ ເຂດອາກາດ ຢູ່ອ້ອມໄຕ້ຫວັນ.

ເພື່ອຄວາມປອດໄພ ຫ້າມນຳເຮືອ ແລະ ເຮືອບິນເຂົ້າໄປໃນເຂດທະເລ-ເຂດອາກາດດັ່ງກ່າວ.

ກະຊວງການຕ່າງປະເທດຂອງຣັດເຊຍ ກ່າວວ່າ  ການມາຢ້ຽມໃນເທື່ອນີ້ ເປັນຄວາມພະຍາຍາມຍົ່ວຍຸຂອງອາເມຣິກາ ເພື່ອສ້າງແຮງກົດດັນໃຫ້ຈີນ, ເຊິ່ງຣັດເຊຍໄດ້ຮ່ວມມືກັບຈີນໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button