ລົມຜີຫົວກຸດ ພັດເຂົ້າເຂດ ບ້ານນາໄຫ ເຮັດໃຫ້ເຮືອນປີວປີ້ນຂື້ນເລີຍ

ລົມຜີຫົວກຸດ  ພັດເຂົ້າເຂດ ບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ເຊົ້າວັນທີ່ 3 ສິງຫາ 2022… ຮ້າຍແຮງແທ້ໆ

ລາຍງານໂດຍ: ຫຼອດໄຊ ຟາມມຸງກຸດທອງ

ຊົມຄລີບ

ອຸຕຸເຕືອນຕາມ ນີ້!..ສະພາບອາກາດຂອແຕ່ລະແຂວງ ໃນໄລຍະວັນທີ 01 ຫາ 07 ສິງຫາ 2022.

ຄາດຄະເນສະພາບອາກາດ ໃນໄລຍະວັນທີ 01 ຫາ 07 ສິງຫາ 2022. ໃນໄລຍະວັນທີ 01 ຫາ 02 ສິງຫາ 2022 ຮ່ອງຄວາມກົດດັນອາກາດຕໍາຈະພາດຜ່ານຢູ່ແຂວງພາກເຫນືອ ແລະ ພາກກາງຂອງປະເທດລາວ ສົມທົບກັບລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ,

ຊື່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນ ຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງໃນແຕ່ລະພາກ.

ຈາກນັ້ນໃນວັນທີ 03 ຫາ 07 ສິງຫາ 2022 ລົມມໍ ລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງເພີ້ມຂື້ນພັດປົກຄຸມເປັນສ່ວນໃຫ່ຍ,

ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າ ເຫຼື້ອມໃນລະດັບຄ່ອຍ ຫາ ຕົກປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:

ພາກເຫນືອດ້ານຕາເວັນອອກ: ໃນໄລຍະຕົ້ນອາທິດ ແຕ່ວັນທີ 01 ຫາ 02 ສິງຫາ 2022 ອາກາດຈະຮ້ອນ ແລະ ຈະມີຝົນ ຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນ.

ຈາກນັ້ນໃນໄລຍະກາງ ຫາ ທ້າຍອາທິດ ແຕ່ວັນທີ 03 ຫາ 07 ສິງຫາ 2022 ຈະມີຝົນຕົກຫຼາຍເພີ່ມຂຶ້ນໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຫນັກ ພ້ອມມີລົມພັດ ແຮງຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕໍ່າສຸດ 17 – 22 ອົງສາ ແລະ ສູງສຸດ 20 – 36 ອົງສາ

ພາກກາງ: ໃນໄລຍະວັນທີ 01 ຫາ 02 ສິງຫາ 2022 ອາກາດຈະຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບ ຄ່ອຍຢູ່ທົ່ວໄປ. ຈາກນັ້ນ ວັນທີ 03 ຫາ 07 ສິງຫາ 2022 ຈະມີຝົນຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

ອຸນຫະພູມຕ່ໍາສຸດ 22 – 27 ອົງສາ ແລະ ສູງສຸດ 30 – 36, ສໍາລັບ ແຂວງ ໄຊສົມບູນ: ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດ ແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 16 – 19 ອົງສາ ແລະ ສູງສຸດ 27 – 29 ອົງສາ

ພາກໃຕ້: ໃນໄລຍະວັນທີ 01 ຫາ 07 ສິງຫາ 2022 ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 24 – 27 ອົງສາ ແລະ ສູງສຸດ 34 – 36 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າ ຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 16 – 18 ອົງສາ ແລະ ສູງສຸດ 28- 30 ອົງສາ

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ່ 01 ຫາ 07 ສິງຫາ 2022 ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາປານ ກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 25 – 27 ອົງສາ ແລະ ສູງສຸດ 34 -36 ອົງສາ

Leave a Reply

Your email address will not be published. Required fields are marked *

Back to top button