ຕົ້ນອອມເງິນ ອອມຄໍາ ປູກໄວ້ໃນບໍລິເວນອ້ອມເຮືອນ ຈະເຮັດໃຫ້ຄອບຄົວດີຂື້ນ

ຫຼາຍຄົນມີຄວາມເຊື່ອກ່ຽວກັບເລື່ອງຕົ້ນໄມ້, ດອກໄມ້ ໃນງານປູກເພື່ອຄວາມງາມ ແລະ ຊ່ວຍເສີມ ຫຼື ດຶງດູດສິ່ງດີໆເຂົ້າມາ

ດັ່ງຕົ້ນອອມເງິນ ອອມຄໍາ ທີ່ເປັນຕົ້ນໄມ້ມຸງຄຸນ ຄົນບູຮານເຊື່ອວ່າບ້ານເຮືອນໃດປູກໄວ້ ບ້ານເຮືອນຫຼັງນັ້ນຈະຮັ່ງມີ ມີເງິນ ມີຄໍາຫຼວງຫຼາຍ ແລະ ບໍ່ໃຊ້ຈ່າຍແບບຟຸມເຟືອຍ.

ຮູ້ແບບນີ້ແລ້ວລອງໄປຫາມາປູກເບິ່ງ ສາມາດປູກເປັນຕົ້ນດອກໄມ້ປະດັບ ເອ້ຍ້ອງໄດ້ ເພາະມີໃບ ແລະ ຮູບຊົງເປັນຕາຮັກ ຕາແພງງາມ ແລະ ຕໍາແໜ່ງທີ່ຄວນປູກ,

ຜູ້ປູກ ເພື່ອເປັນສີລິມຸງຄຸນແກ່ເຮືອນ ແລະ ຜູ້ຢູ່ອາໄສ ຄວນປູກໃນວັນອັງຄານ ເພາະບູຮານເຊື່ອວ່າ ປູກວັນອັງຄານແມ່ນມື້ດີ ມື້ແຂງ.

ທັງນີ້, ເປັນຄວາມເຊື່ອສ່ວນບຸກຄົນເດີ ການປະຢັດເປັນສິ່ງທີ່ດີ ເພາະເງິນທີ່ມີຄວນໃຊ້ຈ່າຍຢ່າງມີເຫດຜົນ ແລະ ໃຊ້ກັບສິ່ງທີ່ຈໍາເປັນແທ້ໆ ຄວນມີແບບແຜນໃນການໃຊ້ຈ່າຍ ເພື່ອມີເງິນເກັບໄວ້ໃຊ້ໃນຍາມຈຳເປັນ.

ຂໍ້ມູນ ແລະ ພາບຈາກ priceza.com

Leave a Reply

Your email address will not be published. Required fields are marked *

Back to top button