ລູກຟັງຄວາມ!..​ພໍ່ສັ່ງໄວ້ກາຍເປັນເລື່ອງຈິງ

” ພໍ່ສັ່ງໄວ້ເປັນເລື່ອງຈິງ “

ພໍ່ບອກວ່າ: ຖ້າພໍ່ຕາຍ ບໍ່ຕ້ອງສູດເທດອະພິທັມເດີ

ເຮົາຖາມ ເປັນຫຍັງຄືບໍ່ໃຫ້ສູດ?

ພໍ່ບອກວ່າ ” ສູດອະພິທຳຄືການສູດເພື່ອໃຫ້ຄົນເປັນທີ່ຍັງຢູ່ໄດ້ຮູ້ຈັກທັມມະ ໄດ້ສຳນຶກວ່າ ຢ່າປະໝາດ ” ແຕ່ສະໄໝນີ້ຕໍ່ໃຫ້ສູດເທດ 100 ວັນ ກໍໄປນັ່ງລົມກັນ ກົ້ມໜ້າເບິ່ງແຕ່ໂທລະສັບ. ສູໃຫ້ພະສົງພັກຜ່ອນດີກວ່າ ຫຼື ຖ້າຂັດບໍ່ໄດ້ອີ່ຫຼີຄືສູດ 1 ຄືນແລ້ວເຜົາເລີຍ…

ເຮົາຖາມຕໍ່ວ່າ: ແລ້ວແບບນີ້ລູກຫຼານທາງໄກຈະມາທັນຫວາ?ພໍ່ບອກວ່າ: ການເຜົາສົບນັ້ນເປັນໜ້າທີ່ຂອງສັບປະເຫຼີ່. ສ່ວນລູກຫຼານ ຍາດພີ່ນ້ອງຄືຜູ້ຮ່ວມພິທີ ແລະ ຖ້າພວກເຂົາຄິດເຖິງເຮົາ ” ໃຫ້ມາຕອນຍັງບໍ່ທັນຕາຍ ” ຕອນທີ່ພໍ່ຍັງມີຊີວິດຢູ່ຈະໄດ້ຮູ້ສຶກເຖິງ ຄວາມຮັກ ແລະ ກະຕັນຍູຂອງລູກຫຼານ ຍາດພີ່ນ້ອງ ພໍໄດ້ຊື່ນໃຈ.

ແຕ່ຫາກຕາຍແລ້ວ ກໍບໍ່ຈຳເປັນຕ້ອງມາກໍໄດ້ ລຳບາກກັນຊື່ໆ. ມີຫຍັງທີ່ຈຳເປັນຕ້ອງເຮັດກໍເຮັດໄປ ແລະ ການງານຄົນຢູ່ກໍລຳບາກ ຫຍຸ້ງຍາກຕຽມການດູແລຕ້ອນຮັບອີກ.

ເຮົາຍັງສົງໄສ…ແລ້ວຄົນທີ່ເຮົາເຄີຍໄປຊ່ວຍງານເຂົາ ແລ້ວເຂົາຢາກມາຊ່ວຍງານເຮົາຄືນເດລະ ຫຼືຄົນທີ່ຮູ້ຈັກນັບຖືກັນຢາກມາຮ່ວມທຳບຸນກັບພໍ່ເດ?

ພໍ່ບອກວ່າ: ເວລາທີ່ເຮົາແບ່ງປັນໃຫ້ຄົນອື່ນ ທຳຄວາມດີ ຢ່າຫວັງເຖິງສິ່ງຕອບແທນ ຫຼື ຄາດຫວັງວ່າເຂົາຕ້ອງກັບມາຕອບແທນເຮົາ ການໃຫ້ກໍໃຫ້ທຳຕາມກຳລັງຂອງເຮົາ, ໃຫ້ແລ້ວຄືການໄດ້ເຝິກຈິດໃຈເມດຕາ ໃຫ້ລະເຊິ່ງກິເລດ ຄວາມຢາກຕ່າງໆ ແລະ

ສຳລັບຄົນທີ່ຮູ້ຈັກຢາກເພາະໂມບຸນຮ່ວມກັບພໍ່ ກໍໃຫ້ເຂົາເອົາສ່ວນນັ້ນທຳກັບແມ່ ຫຼື ບຸບພະກາລີ ຖ້າບໍ່ມີກໍໄປມອບທີ່ວັດ ຫຼື ກັບຜູ້ທຸກໄຮ້ ຫຼືທີ່ໃດໆກໍໄດ້ ຕາມຄວາມສະດວກຂອງແຕ່ລະຄົນ ແລ້ວອະຖິຖານຈິດບອກພໍ່ກໍໜ້າຈະໄດ້…

ແລະ ການອ່ານປະຫວັດ ກໍບໍ່ຈຳເປັນຕ້ອງສັນຫາຄຳບອກເລົ່າຄຸນງາມຄວາມດີ ໃຫ້ມັນເສຍເວລາເຜົາ ຈັກໜ່ອຍກະຄ່ຳມືດ ຖືກຟ້າລົມຝົນຕົກກ່ອນເຜົາອີກ.

ເພາະສິ່ງທີ່ຜ່ານມາ ແລະ ນັບຈາກນີ້ ພໍ່ຈະສ້າງຄຸນຄ່າ ແລະ ຄວາມດີໄວ້ກັບແຜ່ນດິນ ດ້ວຍການປູກຕົ້ນໄມ້ສ້າງປ່າ ແລະ ທຳມະຊາດ ເປັນອະນຸສອນໃຫ້ບອກເລົ່າປະຫວັດພໍ່ເອງ…

ພໍ່ບອກວ່າ: ການທຳດີກັບໃຜນັ້ນ ຢ່າໄປຫວັງສິ່ງຕອບແທນ ຫຼື ຢ່າໄປຄາດຫວັງເພື່ອໃຫ້ຄົນນັ້ນທຳດີກັບເຮົາຄືນ. ແຕ່ໃຫ້ທຳອອກຈາກໃຈຂອງເຮົາຢ່າງແທ້ຈິງ ເທົ່ານັ້ນກະພໍ…

ຂໍຂອບໃຈທີ່ອະນຸຍາດໃຫ້ພິມແປລາວ, ພິມແປໂດຍ: ພິມມະສອນ ພົມມະຈັນ

Leave a Reply

Your email address will not be published. Required fields are marked *

Back to top button