ຢ່າປະຫມາດເດີ້! ມື້ນີ້ ຍັງແຕ່ 3ແຂວງບໍ່ມີຜູ້ຕິດເຊື້ອໃຫມ່

ມື້ນີ້ເປັນມື້ທີ່ ສປປລາວ ມີຜູ້ຕິດເຊື້ອໃຫມ່ ຫລາຍແຂວງ ເຊີ່ງຕິດເກືອບຫມົດແຂວງ. ຢູ່ໃນສສປລາວ ມື້ນີ້ ຍັງແຕ່ 3 ແຂວງຄືແຂວງອັດຕະປື , ຜົ້ງສາລີ ແລະ ແຂວງຫົວພັນ ທີ່ບໍ່ມີຜູ້ຕິດເຊື້ອໃຫມ່ໃນມື້ນີ້. ໃນນັ້ນຍັງແຂວງທີ່ຍັງບໍ່ມີຜູ້ຕິດເຊື້ອຈັກຄົນເລີຍ ແມ່ນ ມີແຂວງຫົວພັນ.

ຈຳນວນແຂວງທີ່ມີການຕິດເຊື້ອໃນມື້ນີ້ແມ່ນມີດັ່ງນີ້

– ນະຄອນຫຼວງ: 290 (ຊຸມຊົນ 287 )

– ຫຼວງພະບາງ:ໄດ້ເກັບຕົວຢ່າງກວດທັງໝົດ 788 ຕົວຢ່າງ, ພົບເຊື້ອຜົນບວກ 40 ກໍລະນີ: ໃນນີ້ຢູ່ນະຄອນຫຼວງພະບາງ 26 ກໍລະນີ, (ພາຍໃນ 25, ນຳເຂົ້າ 1), ພູຄູນ 2 ກໍລະນີ (ພາຍໃນ 2), ປາກອູ 7 ກໍລະນີ (ພາຍໃນ 7), ນ້ຳບາກ 3 ກໍລະນີ (ພາຍໃນ 3), ປາກແຊງ 1 ກໍລະນີ (ພາຍໃນ 1) ແລະເມືອງງອຍ 1 ກໍລະນີ (ພາຍໃນ 1)

– ບໍ່ແກ້ວ: 39 (ຊຸມຊົນ)

– ຊຽງຂວາງ: 2 (ຊຸມຊົນ)

– ອຸດົມໄຊ: 59 (ຊຸມຊົນ)

– ໄຊຍະບູລີ: 1 (ນໍາເຂົ້າ)

– ຫຼວງນໍ້າທາ: 55 (ຊຸມຊົນ)

– ວຽງຈັນ: 122 (ຊຸມຊົນ)

– ບໍລິຄໍາໄຊ: 1 (ຊຸມຊົນ)

– ໄຊສົມບູນ: 6 (ຊຸມຊົນ)

– ຄໍາມ່ວນ: 21 (ຊຸມຊົນ)

– ສາລະວັນ: 18 (ຊຸມຊົນ 17 )

– ສະຫວັນນະເຂດ: 12 (ຊຸມຊົນ)

– ເຊກອງ: 12 (ຊຸມຊົນ).

– ຈໍາປາສັກ: 7(ຊຸມຊົນ)

Leave a Reply

Your email address will not be published. Required fields are marked *

Back to top button