ອຸບັດຕິເຫດລົດເສຍຫລັກປີ້ນລົງຂ້າງທາງບາດເຈັບ 3 ຄົນ

ອຸບັດຕິເຫດລົດເສຍຫລັກປີ້ນລົງຂ້າງທາງບາດເຈັບ 3 ຄົນ

ວັນທີ 26 ກຸມພາ 2023 ໜວ່ຍກູ້ໄພອົງການກາແດງແຂວງບໍ່ແກ້ວ ໄດ້ໃຫ້ຮູ້ວ່າ: ເວລາປະມານ 17:30 ນາທີ ໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີອຸບັດຕິເຫດຂັບຂີ່ລົດໃຫຍ່ເສຍຫລັກປີ້ນລົງຂ້າງທາງ ຢູ່ດອຍແດງ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ.​ ເມື່ອໄປຮອດສະຖານທີ່​ເກີດເຫດພົບເຫັນຜູ້ບາດເຈັບ 3 ຄົນ.

ຜູ້ທີ່1: ເພດຍິງ ອາຍຸ 18 ປີ ຢູ່ບ້ານ ໃຫຍ່ນ້ຳເກິ່ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີບາດແຜ,​ ເຈັບຫົວ, ເຈັບບ່າໄຫລ, ແຂນທັງ2ເບື່ອງບວມ.

ຜູ້ທີ່2: ເພດຍິງ ອາຍຸ 3 ປີ ຢູ່ບ້ານ ໃຫຍ່ນ້ຳເກິ່ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີບາດແຜ,​ ເຈັບບ່າໄຫລ.

ຜູ້ທີ່3: ເພດຍິງ ອາຍຸ 36 ປິ ຢູ່ບ້ານ ໃຫຍ່ນ້ຳເກິ່ງເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ມີບາດແຜ,​ ເຈັບແຂນ, ແຂນທະເລີ້ນ.

ໜ່ວຍ​ກູ້ໄພອົງການ​ກາ​ແດງ​ແຂວງບໍ່ແກ້ວ​ໄດ້ປະຖົມພະຍາບານເບື່ອງຕົ້ນໃຫ້ກ່ອນນຳສົ່ງໂຮງໝໍ.

Leave a Reply

Your email address will not be published. Required fields are marked *

Back to top button