ກໍານົດບໍ່ໃຫ້ກາຍ 30 ວັນ!…ພົບເຫັນລົດໃຫຍ່ ຍິ່ຫໍ້ TOYOTA Revo ສີຂາ ຈອດປະໄວ້ຢູ່ເຂດບ້ານລິ່ງຊັນ

ກອງບັນຊາການ ປກສ ແຂວງວຽງຈັນ, ແຈ້ງເຖິງພະນັກງານ, ທະຫານ-ຕໍາຫຼວດ, ພໍ່ຄ້າຊາວຂາຍ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດຊາບວ່າ:

ໃນເດືອນ ມີນາ 2022 ຜ່ານມາ ເຈົ້າໜ້າທີ່ ວິຊາສະເພາະກອງບັນຊາການ ປກສ ແຂວງ ໄດ້ຮັບແຈ້ງຈາກອົງການປົກຄອງບ້ານ ລິ່ງຊັນ ເມືອງ ທຸລະຄົມ ແຂວງວຽງຈັນ

ພົບເຫັນລົດໃຫຍ່ ຍິ່ຫໍ້ TOYOTA Revo ສີຂາວ, ເລກຈັກ M1GD-FTV 2755cc ເລກຖັງ MROBA3CD300144861 (ບໍ່ຕິດປ້າຍທະບຽນ) ຈອດປະໄວ້ຢູ່ຂອບເຂດບ້ານລິ່ງຊັນ ເມືອງ ທຸລະຄົມ ຜ່ານການລົງກວດກາ,

ເກັບກັບຂໍ້ມູນຫຼັກຖານຕົວຈິງເຫັນວ່າລົດຄັນດັ່ງກ່າວແມ່ນບໍ່ມີເອກະສານທີ່ຢັ້ງຢືນຄວາມຖຶກຕ້ອງຕິດມານໍາລົດ ແລະກໍ່ບໍ່ສາມາດຮູ້ໄດ້ເຈົ້າຂອງລົດ, ດັ່ງນັ້ນ ຈຶ່ງແຈ້ງການເຖິງບຸກຄົນ, ນິຕິບຸກຄົນ ຖ້າຫາກສົງໃສ ຫຼື

ມີເອກະສານຢັ້ງຢືນວ່າເປັນລົດຂອງຕົນເອງ ໃຫ້ນໍາເອົາເອກະສານທີ່ກ່ຽວຂ້ອງມາພົວພັນນໍາກອງບັນຊາການ ປກສ ແຂວງວຽງຈັນ ໃນໂມງລັດຖະການ ກໍານົດບໍ່ໃຫ້ກາຍ 30 ວັນ ນັບຈາກມື້ລົງລາຍເຊັນເປັນຕົ້ນໄປ

ຫາກກາຍກໍານົດເວລາຖືວ່າສະຫຼະສິດ ລົດຄັນດັ່ງກ່າວຈະຖືກຢືດເປັນຂອງລັດຕາມລະບຽບກົດໝາຍ, ລາຍລະອຽດຕາມແຈ້ງການ

Leave a Reply

Your email address will not be published. Required fields are marked *

Back to top button