ອີຕົນແທ້ແດ່!..ພຣະລາວ ຢູ່ອີນເດຍ ຕ້ອງເຮັດນາເອງ ຖ້າບໍ່ທຳ ກໍ່ບໍ່ມີອັນຈະກິນ

ເຟສບຸກ​ “ແດນດິນຖິ່ນພະເຈົ້າ ອະຫັງສຸຂິໂຕໂຫມິ”​ ໂພສວ່າ: ນາພະທຳ ຖ້າບໍ່ທຳ ກໍ່ບໍ່ມີອັນຈະກິນຈະສັນໃນວັນທາງໜ້າ ເພາະບໍ່ມີບ່ອນບິນພະບາດບໍ່ມີຍາດໂຍມ

ມາສົ່ງຈັງຫັນສັນເພນ ຕ້ອງຢູ່ກັບໂລກປະຈຸບັນ ຈຶ່ງຈະມີອັນຈະກິນຈະສັນ ຢ່າຢຶດຕິດກັບອາດີດ ຢ່າຝັນຫາອານາຄົດ ແລ້ວຊີວິດຈະສົດໃສ.

ຢ່າໃສ່ໃຈ ໃນເລື່ອງອະຄະຕິ ຈົ່ງພິຈາລານາໃຫ້ເປັນບຸນເປັນກຸສົນ ແລ້ວທຸກຄົນຈະ

ຮູ້ແຈ້ງເຫັນຈິງ ວ່າທຸກສິ່ງມັນບໍ່ແນ່ນອນ ໃນບໍວອນພຸດທະສາສະໜາ ບໍ່ໄດ້ມີມາດຕາໃດ ຫ້າມ ພະສົງລົງທຳຄວາມດີ ສ້າງຄວາມສາມັກຄີ ມີເມດຕາ ມີແຕ່ວ່າຫ້າມບຽດບຽນສັບພະສັດສິ່ງມີຊີວິດທັງປວງ.

ສະນັ້ນໃຜເຂົ້າໃຈ ໃນທຳຄຳສອນຂອງພະສຳມາສຳພຸດທະເຈ້າແລ້ວເຈົ້າຈະໄດ້ຄວາມສຸກຄວາມຈະເລີນໃນວັນທາງໜ້າ ທຳມາຫາກິນດຳລົງລ້ຽງຊີບຈະແຄ້ວຄາດປອດໄພລາບລື້ນຊື່ນບານໃນການງານທີຕົນເອງທຳ

ນຳຕົນພົ້ນຈາກວັດຕະສົງສານ ຜ່ານເຂົ້າສູ່ຄວາມສຸກຄວາມຈະເລີນຮຸ່ງເຮືອງຕະຫຼອດໄປ ໃນພຸດທະສາສະໜາ.

ສາມັກຄີກັນນັ້ນເປັນເລື່ອງທີດີ ມີຄວາມດີທີ່ຈະນ້ອມນຳຄ້ຳຊູໃຫ້ສາສະໜາ ກ້າວຕໍ່ໄປໃຫ້ໄດ້ຄົບຈົບ5000ພະວັດສາ ອານຸໂມທະນາສາທຸ ດ້ວຍເທີ້ນ

,,

,,

,,

,,

,

ທີ່ມາ

Leave a Reply

Your email address will not be published. Required fields are marked *

Back to top button