ລາກ່ອນ ຄູອາສາ 2016-2022 ເກັບໄວ້ເປັນຄວາມຊົງຈຳ

ລາກ່ອນເດີຄູອາສາ 6 ປີ ມາຮອດມື້ນີ້ຟ້າຄົນເກັ່ງຂໍຍອມແພ້ແລ້ວເດີ ມາຮອດມື້ນີ້ສູ້ບໍ່ໄຫວອີ່ຫຼີຕົ້ນທຶນຊີວິດຕ່ຳກວ່າຄົນອື່ນຄວາມຮູ້ຄວາມສາມາດທີ່ມີກໍຊ່ວຍຫຍັງບໍ່ໄດ້ມາຮອດຈຸດນີ້ຂ້ອຍຮູ້ໂຕດີແລ້ວບໍ່ໂທດໃຜ

ມັນຍາກເກີນທີ່ຈະອະທິບາຍມັນອອກມາເວົ້າຫຍັງຫຼາຍບໍ່ໄດ້ທຸກຄົນໜ້າຈະຮູ້ຄືຂ້ອຍຮູ້

ຄວາມຫວັງຂອງແມ່ທີ່ຢາກເຫັນລູກບັນຈຸມາຮອດມື້ນີ້ລູກສານຕໍ່ໃຫ້ແມ່ບໍ່ໄດ້ແລ້ວເດີ ລູກກາບຂໍໂທດແຕ່ລູກຄົນນີ້ຈະບໍ່ຍອມແພ້ດອກເພາະຄູເປັນອາຊີບທີ່ລູກມັກຮັກບໍ່ໄດ້ລັດ ກໍຈະໄປຂໍນັບ1ໃໝ່ທີ່ເອກະຊົນລູກຍັງໄຫວ6ປີທີ່ຜ່ານມາຖືວ່າເປັນປະສົບການຊີວິດທີ່ສອນໃຫ້ເຮົາເຂັ້ມແຂງຂຶ້ນ,ເກັ່ງຂຶ້ນ,

ຂໍຂອບໃຈທາງຜູ້ໃຫຍ່ທີ່ເຮັດໃຫ້ຂ້ອຍໄດ້ມີໂອກາດໄດ້ສິດສອນຢູ່ໂຮງຮຽນແຫ່ງນີ້,ຂໍຂອບໃຈເພື່ອນຮ່ວມງານດີໆທີ່ຄອຍຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈ,ໄລຍະເວລາຜ່ານມາຂ້ອຍເອງໄດ້ຖ່າຍທອດວິຊາຄວາມຮູ້ຂອງຕົນເອງໃຫ້ນັກຮຽນແມ່ນເຕັມທີ່ແລ້ວແມ່ບໍ່ຕ້ອງເປັນຫ່ວງ

ສູ້ບໍ່ໄຫວມື້ໃດລູກຈະຫອບເຄື່ອງກັບບ້ານຫາແມ່ເອງເດີ ເພື່ອຄອບຄົວ,ເພື່ອເຮືອນຫຼັງນ້ອຍໆຂອງເຮົາມັນຕ້ອງປະສົບຜົນສຳເລັດບໍ່ມື້ໃດກໍມື້1

#ລາກ່ອນຄູອາສາ 2016-2022ເກັບໄວ້ເປັນຄວາມຊົງຈຳ

Leave a Reply

Your email address will not be published. Required fields are marked *

Back to top button