ສໍ້ໂກງຊັບພົນລະເມືອງ ມູນຄ່າ 800 ລ້ານກວ່າກີບ

*** ສໍ້ໂກງຊັບພົນລະເມືອງ ມູນຄ່າ 800 ລ້ານກວ່າກີບ ໃຫ້ ປກສ ເມືອງໄຊທານີ ດໍາເນີນຄະດີ ***

ເວລາ 16:00 ໂມງ ວັນທີ 31 ມັງກອນ 2022, ປກສ ກຸ່ມສີວິໄລ ເມືອງໄຊທານີ ນວ ສົມທົບກັບອໍານາດການປົກຄອງບ້ານຄຳຮູ່ງ ກັກຕົວ ແລະ ນຳສົ່ງ ນາງ ພອນມະລີ ອາຍຸ 33 ປີ ຄ້າຂາຍ ຢູ່ບ້ານຄຳຮູ່ງ, ເມືອງໄຊທານີ ນວ ຂໍ້ກ່າວຫາ:

ສໍ້ໂກງຊັບພົນລະເມືອງ ໃຫ້ ກອງບັນຊາການ ປກສ ເມືອງໄຊທານີ ດໍາເນີນຄະດີ.ນາງ ພອນມະລີ (ຜູ້ຖືກຫາ) ໄດ້ຮັບສາລະພາບວ່າ:

ໄດ້ໃຊ້ຮູບການໄປເລາະຊື້ງົວນຳປະຊາຊົນ ຢູ່ເຂດເມືອງສັງທອງ ນວ ແທ້ ຈາກນັ້ນ ຕົວະວ່າເອົາໄປຂາຍກ່ອນໄດ້ເງິນຈິ່ງຈະເອົາມາໃຫ້ຜູ້ເສຍຫາຍ; ຜ່ານມາມີຜູ້ຫຼົງເຊື່ອ 11 ຄົນ ລວມມູນຄ່າປະມານ 800 ລ້ານກວ່າກີບ.

ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ໃຫ້ຮູ້ວ່າ: ຜູ້ກ່ຽວເຄີຍຖືກກັກຕົວມາແລ້ວ 1 ຄັ້ງ ຂໍ້ຫາສໍ້ໂກງຊັບພົນລະເມືອງ ແລະ ໄດ້ຮັບການປ່ອຍຕົວພາງ ວັນທີ 13 ຕຸລາ 2020, ຜົນເສຍຫາຍປະມານ 300 ລາ້ນກວ່າກີບ ແລະ ໄດ້ອອກມາເຄື່ອນໄຫວສໍ້ໂກງຊັບຄືເກົ່າ.

ປັດຈຸບັນເຈົ້າໜ້າທີ່ ພວມດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

Leave a Reply

Your email address will not be published. Required fields are marked *

Back to top button