ອຸບັດຕິເຫດ ລົດທົວໄທ ຕຳກັບລົດບັນທຸກ ເສຍຊີວິດ ບາດເຈັບຫຼາຍຄົນ

ອຸບັດຕິເຫດ ລົດທົວໄທ ຕຳກັບລົດບັນທຸກ ເບື່ອງຕົ້ນ: ເສຍຊີວິດ 5 ຄົນ, ບາດເຈັບ 24 ຄົນ.

ເກີດເຫດຢູ່ ບ້ານຫລຽນໄຊ ເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ

ຂ່າວດ່ວນ! ເວລາ​ 21: 42 ນາທີ​ ວັນທີ​ 31 ກໍລະກົດ​ 2022 ນີ້​ ມີລາຍງານຈາກອາສາກູ້ໄພແຂວງສະຫວັນນະເຂດວ່າມີລົດທົວໄທ ທີ່ເກີນທາງຈາກຫວຽດນາມ​ (ເສັ້ນທາງເລກ9)​

ມຸ່ງໜ້າ​ສູ່​ແຂວງສະຫວັນນະເຂດ ເກີດ​ອຸບັດເຫດ ຕຳກັບ​ລົດບັນທຸກ​ ຢູ່ບ້ານ​ຫລຽນໄຊ​ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ

ເບື້ອງຕົ້ນ​ມີຜູ້​ບາດເຈັບ​ 24 ຄົນ​ຖືກສົ່ງໂຮງໝໍດົງເຫັນ ແລະ​ ມີຜູ້ເສຍຊີວິດ​ຄາ​ທີ່​ 5 ຄົນ.
ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດຄັ້ງນີ້ດ້ວຍ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button